1762 1646 1667 1323 1224 1502 1276 1144 1911 1779 1400 1925 1861 1450 1882 1376 1012 1818 1400 1968 1161 1416 1642 1061 1957 1154 1974 1651 1768 1698 1360 1617 1010 1858 1336 1590 1072 1655 1559 1797 1897 1201 1889 1573 1980 1991 1120 1085 1491 1555 1476 1766 1495 1876 1208 1588 1516 1322 1482 1181 1733 1120 1186 1661 1952 1413 1942 1318 1114 1205 1541 1561 1895 1627 1016 1419 1433 1158 1965 1074 1887 1927 1986 1138 1152 1833 1495 1051 1683 1500 1038 1236 1970 1848 1328 1596 1979 1696 1007 ທຸກໆວັກຊີນທີ່ຖືກນໍາໃຊ້ໃນ ສປປ ລາວ ແມ່ນມີຄວາມປອດໄພ ແລະ ປະສິດທິພາບ.
ທຸກໆວັກຊີນທີ່ຖືກນໍາໃຊ້ໃນ ສປປ ລາວ ແມ່ນມີຄວາມປອດໄພ ແລະ ປະສິດທິພາບ.

08/05/2021

ທຸກໆວັກຊີນທີ່ຖືກນໍາໃຊ້ໃນ ສປປ ລາວ ແມ່ນມີຄວາມປອດໄພ ແລະ ປະສິດທິພາບ.

ທຸກໆວັກຊີນທີ່ຖືກນໍາໃຊ້ໃນ ສປປ ລາວ ແມ່ນມີຄວາມປອດໄພ ແລະ ປະສິດທິພາບ. ເຊິ່ງກ່ອນທີ່ຈະຖືກນໍາໃຊ້ໃຫ້ບໍລິການແກ່ປະຊາຊົນໃນ ສປປ ລາວ ແມ່ນໄດ້ມີການຜ່ານຂະບວນການອະນຸມັດນໍາໃຊ້ສຸກເສີນ (Emergency Use Authorization - EUA) ຈາກ ກົມອາຫານ ແລະ ຢາ, ກະຊວງສາທາລະນະສຸກ.
ນອກຈາກ EUA ທີ່ເປັນການຮັບຮອງລະດັບຊາດແລ້ວ ກໍ່ຍັງມີການຮັບຮອງຂຶ້ນທະບຽນ EUL ຈາກ ອົງການອະນາໄມໂລກ (WHO) ເຊິ່ງໃນປັດຈຸບັນ, ວັກຊີນ Astra Zeneca ແລະ ວັກຊີນ Sinopharm ທີ່ຖືກນໍາໃຊ້ໃນ ສປປ ລາວ ກໍ່ລ້ວນແຕ່ໄດ້ຮັບການຂຶ້ນທະບຽນນຳໃຊ້ສຸກເສີນດັ່ງກ່າວ.
ການຂຶ້ນທະບຽນນຳໃຊ້ສຸກເສີນ (Emergency Use Listing - EUL) ຂອງ ອົງການອະນາໄມໂລກ ແມ່ນຫຍັງ?
EUL ແມ່ນຂະບວນການປະເມີນວັກຊີນວ່າໄດ້ຕອບສະໜອງເງື່ອນໄຂມາດຕະຖານດ້ານຄຸນະພາບ, ຄວາມປອດໄພ ແລະ ປະສິດທິພາບທີ່ຍອມຮັບໄດ້ ຫຼື ບໍ່.
ຂະບວນການຂຶ້ນທະບຽນດັ່ງກ່າວແມ່ນຈະອີງໃສ່ຜົນການຕັດສິນໃຈທີ່ໄດ້ຈາກການປະເມີນຂໍ້ມູນການທົດລອງທາງຄລີນິກ, ຂະບວນການຜະລິດ ແລະ ຂະບວນການຄວບຄຸມຄຸນະພາບ.
ໂດຍມີກຸ່ມທີ່ປຶກສາດ້ານວິຊາການ EUL (Technical Advisory Group -TAG) ທີ່ເປັນກຸ່ມຊ່ຽວຊານທີ່ປຶກສາອິດສະຫຼະຈາກທົ່ວໂລກ ມາເຮັດໜ້າທີ່ປະເມີນວັກຊີນດ້ວຍການຊັ່ງຊາດ້ານຜົນປະໂຫຍດທຽບໃສ່ກັບຄວາມສ່ຽງ, ຖ້າເຫັນວ່າຜົນປະໂຫຍດສູງກວ່າຄວາມສ່ຽງ ແລະ ບັນລຸຕາມມາດຕະຖານເງື່ອນໄຂທີ່ກໍານົດໄວ້ທັງໝົດ, ວັກຊີນດັ່ງກ່າວກໍ່ຈະໄດ້ຮັບ EUL.

 

ດາວໂຫຼດ ໂປຣແກຣມມືຖື
ລະດົມທືນຊ່ວຍເຫຼືອ
ລັດຖະບານ
ກະຊວງ ສາທາລະນະສຸກ
ອົງການອານະໄມໂລກ