ຄໍາຖາມ
- ເຊື້ອ COVID-19 (Corona Virus Disease -2019) ແມ່ນຫຍັງ?
- ເຊື້ອຈຸລະໂລກນີ້ມີຄວາມຮ້າຍແຮງ ຫຼື ອັນຕະລາຍແນວໃດ?
- ຄົນສາມາດຕິດເຊື້ອ COVID-19 ຈາກສັດໄດ້ແນວໃດ?
- ເຊື້ອຈຸລະໂລກ COVID-19 ສາມາດຕິດຕໍ່ຈາກຄົນສູ່ຄົນໄດ້ບໍ?
- ວິທີການນຳໃຊ້ຜ້າອັດປາກ ແລະ ການຖິ້ມ?
- ບຸກຄົນໃດທີ່ສາມາດຕິດເຊື້ອຈຸລະໂລກໄດ້?
- ກຸ່ມຄົນໃດທີ່ສ່ຽງທີ່ຈະມີອາການຮຸນແຮງ?
- ເສັ້ນທາງການແຜ່ເຊື້ຶອຈຸລະໂລກ?
- ໄລຍະເວລາທີ່ເຊື້ອຈຸລະໂລກອອກຈາກຮ່າງກາຍຄົນເຮົາ ມັນສາມາດຢູ່ເທິງພື້ນຜິວດົນປານໃດ?
- ການເຈັບເປັນຈາກການຕິດເຊື້ອ COVID-19ມີຄວາມແຕກຕ່າງຈາກການຕິດເຊື້ອໄຂ້ຫວັດຕາມລະດູການ ແລະ ໄຂ້ຫວັດໃຫ່ຍແນວໃດ?
- ໄລຍະການບົ່ມເຊື້ອແມ່ນດົນປານໃດ?
- ເຮົາສາມາດຕິດເຊື້ອໂຄໂຣນາ COVID-19 ຈາກຄົນທີ່ບໍ່ສະແດງອາການບໍ?
- ປະເທດລາວມີຄວາມສ່ຽງໃນການຕິດພະຍາດອັກເສບປອດຈາກເຊື້ອ COVID-19 ບໍ່?
- ມີຢາປ້ອງກັນ ຫຼື ປິ່ນປົວສະເພາະເຊື້ອໂຄໂຣນາສາຍພັນໃໝ່ 2019 ບໍ?
- ສາມາດໄປກວດພະຍາດນີ້ໄດ້ຢູ່ໃສ?
- ການກວດວິເຄາະ ໃນ ສປປ ລາວ ເປັນແນວໃດ?
- ໂຮງໝໍສະເພາະໃນການປິ່ນປົວພະຍາດນີ້
ເຊື້ອ COVID-19 (Corona Virus Disease -2019) ແມ່ນຫຍັງ?
ເຊື້ອຈຸລະໂລກນີ້ແມ່ນ ຈຸລະໂລກຕະກຸນໂຄໂຣນາ ຊະນິດຫນື່ງ ທີ່ປົກກະຕິກໍ່ມີຢູ່ໃນສັດປ່າຕາມທຳມະຊາດຢູ່ແລ້ວ , ໃນປະຈຸບັນເອີ້ນວ່າ COVID-19, ທີ່ມີການລາຍງານການເກີດການລະບາດທີ່ເມືອງ ອູ່ຫັ້ນ, ສປ ຈີນ ໃນເດືອນທັນວາ ປີ 2019 ແລະ ປະຈຸບັນ ແຜ່ລາມໄປເກືອບທຸກປະເທດທົ່ວໂລກ.
ເຊື້ອຈຸລະໂລກນີ້ມີຄວາມຮ້າຍແຮງ ຫຼື ອັນຕະລາຍແນວໃດ?
ການຕິດເຊື້ອ COVID-19 ແມ່ນຄ້າຍຄືການອັກເສບລະບົບຫາຍໃຈອື່ນໆ ທີ່ສາມາດກໍ່ໃຫ້ເກີດອາການ ສະແດງຂັ້ນເບົາບາງ ເຊັ່ນວ່າ: ນ້ຳມູກຍ້ອຍ, ເຈັບຄໍ, ໄອ ແລະ ໄຂ້. ແຕ່ໃນບາງຄົນມັນສາມາດເຮັດໃຫ້ເກີດ ອາການຮຸນແຮງໄດ້ ແລະ ສາມາດກໍ່ໃຫ້ເກີດອາການອັກເສບປອດ ຫຼື ຫາຍໃຈຍາກ, ເຊິ່ງໃນບາງກໍລະນີອາດ ເຖິງຂັ້ນເສຍຊີວິດ. ໃນກຸ່ມຄົນຜູ້ສູງອາຍຸ ແລະ ຜູ້ທີ່ມີພະຍາດຊຳເຮື້ອ (ເຊັ່ນວ່າ ພະຍາດເບົາຫວານ ແລະ ພະຍາດ ຫົວໃຈ) ຖືເປັນກຸ່ມຄົນທີ່ມີຄວາມສ່ຽງສູງທີ່ຈະເກີດມີອາການຮ້າຍແຮງ ຈາກການຕິດເຊື້ອຈຸລະໂລກນີ້.
ຄົນສາມາດຕິດເຊື້ອ COVID-19 ຈາກສັດໄດ້ແນວໃດ?
- ຈາກການສອບສວນຢ່າງລະອຽດພົບວ່າ ການຕິດເຊື້ອຈຸລະໂລກ SARS-CoV ໃນຄົນ ໃນ ສປ ຈີນ, 2002 ແມ່ນມາຈາກ ຕະກູນແມວ (civet cats) ແລະ ການຕິດເຊື້ອ MERS-CoV ໃນຄົນ, ປີ 2012 ໃນປະເທດ ຊາອຸດິ ອາຣາເບຍ (Saudi Arabia) ແມ່ນມາຈາກອູດ (dromedary camels) ເຊື້ອຈຸລະໂລກໂຄໂຣນາ ຫຼາຍໂຕ ທີ່ຮູ້ຈັກແມ່ນພົບເຫັນໃນສັດ ແລະ ຍັງບໍ່ທັນຕິດຕໍ່ໃສ່ຄົນເທື່ອ. ໃນເມື່ອລະບົບການເຝົ້າລະວັງໃນທົ່ວໂລກມີຄວາມເຂັ້ມແຂງຂຶ້ນ, ເຊື້ອຈຸລະໂລກໂຄໂຣນາຫຼາຍສາຍພັນກໍ່ມີແນວໂນ້ມຖືກຄົ້ນພົບຫຼາຍຂຶ້ນ.
- ແຫຼ່ງການຕິດເຊື້ອ COVID-19ໃນສັດຍັງບໍ່ທັນໄດ້ຖືກຄົ້ນພົບ, ທັງນີ້ກໍ່ບໍ່ໄດ້ໝາຍຄວາມວ່າຄົນເຮົາຈະສາມາດຕິດເຊື້ອ COVID-19ໄດ້ຈາກສັດຊະນິດໃດກໍ່ໄດ້ ຫຼື ຈາກສັດລ້ຽງ. ຈາກການລາຍງານກໍລະນີທຳອິດຢູ່ ສປ ຈີນ, ການລະບຸແຫຼ່ງຂອງການຕິດເຊື້ອແມ່ນມາຈາກຕະຫຼາດຄ້າຂາຍສັດ. ເພື່ອເປັນການປ້ອງກັນໂຕທ່ານເອງ, ເມື່ອໄປທີ່ຕະຫຼາດຄ້າຂາຍສັດ ຄວນຫຼີກລ້ຽງການສຳຜັດໂດຍກົງກັບສັດ ແລະ ພື້ນຜິວທີ່ສຳຜັດກັບສັດ.
- ຄວນຫຼີກລ້ຽງການບໍລິໂພກຊີ້ນສັດດິບ ຫຼື ປຸງແຕ່ງບໍ່ສຸກດີ. ຄວນລະມັດລະວັງໃນການຈັບບາຍຊິ້ນດິບ, ນົມ, ອະໄວຍະວະ/ສິ້ນສ່ວນສັດ ເພື່ອຫຼີກລ້ຽງການຕິດເຊື້ອຈາກອາຫານທີ່ປຸງແຕ່ງບໍ່ສຸກ, ນີ້ແມ່ນວິທີການປະຕິບັດທີ່ດີເພື່ອການປຸງແຕ່ງອາຫານທີ່ຖືກສຸຂະອະນາໄມ.
ເຊື້ອຈຸລະໂລກ COVID-19 ສາມາດຕິດຕໍ່ຈາກຄົນສູ່ຄົນໄດ້ບໍ?
ຕິດຕໍ່ຈາກຄົນສູ່ຄົນໄດ້
ອີງຕາມຂໍ້ມູນລ່າສຸດກ່ຽວກັບການລະບາດ ຢູ່ໃນເວບໄຊຂອງອົງການອະນາໄມໂລກ ແລະ ຂັ້ນຕອນການຮັກສາສຸຂະພາບຕ້ອງປະຕິບັດດັ່ງລຸ່ມນີ້:
- ລ້າງມືເປັນປະຈຳດ້ວຍເຫຼົ້າ ຫຼື ສະບູ ແລະ ນ້ຳ.
- ຍ້ອນຫັຍງ? ການລ້າງມືດ້ວຍເຫຼົ້າ ຫຼື ສະບູ ແລະ ນ້ຳເພື່ອຂ້າເຊື້ອພະຍາດ (ເຊື້ອຈຸລະໂລກ) ທີ່ຕິດໃນມື.
- ຮັກສາໄລຍະຫ່າງ, ຢ່າງໜ້ອຍ 1 ເມັດ (3 ຟີດ) ລະຫວ່າງໂຕເຮົາ ແລະ ຜູ້ອື່ນ, ໂດຍສະເພາະຜູ້ທີ່ມີອາການໄອ, ຈາມ ແລະ ມີໄຂ້.
- ຍ້ອນຫັຍງ? ເມື່ອໃຜຄົນໜຶ່ງຕິດເຊື້ອລະບົບທາງເດີນຫາຍໃຈ, ເຊັ່ນການຕິດເຊື້ອ COVID-19, ໄອ ຫຼື ຈາມ, ເວລາໄອ ຫຼື ຈາມ ຈະມີຝອຍນ້ຳນ້ອຍໆທີ່ມີເຊື້ອຈຸລະໂລກອອກມານຳ; ເວລາເຮົາຢູ່ໃກ້ຄົນທີ່ມີອາການ, ເຈົ້໋າຈະຫາຍໃຈເອົາເຊື້ອຈຸລະໂລກ.
- ຫຼີກລ້ຽງການສຳຜັດຕາ, ດັງ ແລະ ປາກ
- ຍ້ອນຫັຍງ? ມືເປັນອະໄວຍະວະທີ່ສຳຜັດກັບພື້ນຜິວຫຼາຍຢ່າງທີ່ສາມາດເປັນຊ່ອງທາງການຕິດເຊື້ອຈຸລະໂລກ. ຖ້າເອົາມືທີ່ມີການຕິດເຊື້ອ ສຳຜັດຕາ, ດັງ ຫຼື ປາກ, ມັນຈະເປັນການສົ່ງເຊື້ອຈຸລະໂລກຈາກພຶ້ນຜິວເຂົ້໋າສູ່ຮ່າງກາຍ.
- ຖ້າທ່ານມີອາການໄຂ້ ≥37,5 °c, ໄອ ແລະ ຫາຍໃຈຍາກ, ກະລຸນາໄປພົບແພດທັນທີ. ແຈ້ງຕໍ່ເຈົ້າໜ້າທີ່ສາທາລະນະສຸກຖ້າທ່ານ ໄດ້ເດີນທາງໄປເຂດໃດໜຶ່ງຂອງ ສປ ຈີນ ຫຼື ບ່ອນທີ່ມີການລາຍງານກໍລະນີ COVID-19, ຫຼື ຖ້າທ່ານໄດ້ມີການສຳຜັດໃກ້ຊິດກັບບຸກຄົນໃດໜຶ່ງທີ່ໄດ້ເດີນທາງມາຈາກ ສປ ຈີນ ຫຼື ປະເທດທີ່ກໍາລັງມີການລະບາດໃນປະຈຸບັນ ແລະ ມີອາການທາງລະບົບຫາຍໃຈ.
- ຍ້ອນຫັຍງ? ເມືີ່ອໃດທີ່ທ່ານມີອາການໄຂ້, ໄອ ແລະ ຫາຍໃຈຍາກ ການໄປພົບແພດປິ່ນປົວທັນທີທັນ ໃດມັນເປັນສິ່ງສຳຄັນ ເພາະວ່າອາການສະແດງເຫຼົ່ານັ້ນ ອາດເກີດຂຶ້ນຍ້ອນການຊຶມເຊື້ອລະບົບຫາຍໃຈ ຫຼື ອາການຮຸນແຮງອື່ນໆ. ອາການສະແດງທາງລະບົບຫາຍໃຈສົມທົບກັບມີໄຂ້ອາດມີສາເຫດມາຈາກຫຼາຍຢ່າງ ແລະ ຍັງຂື້ນກັບປະຫວັດການເດີນທາງ ແລະ ສະພາບການ, COVID-19ອາດເປັນໜຶ່ງໃນສາເຫດນັ້ນ.
- ຖ້າທ່ານມີອາການທາງລະບົບຫາຍໃຈຂັ້ນເບົາບາງ ແລະ ບໍ່ໄດ້ມີປະຫວັດການເດີນທາງໄປ ປະເທດທີ່ມີການລະບາດ ແມ່ນຕ້ອງໄດ້ ຈຳກັດບໍລິເວນ ຕົນເອງ ເປັນເວລາ 14 ວັນ.
ວິທີການນຳໃຊ້ຜ້າອັດປາກ ແລະ ການຖິ້ມ?
- ກ່ອນທີ່ຈະສວມໃສ່ຜ້າອັດປາກ-ດັງແມ່ນໃຫ້ລ້າງມືໃຫ້ສະອາດດ້ວຍເຫຼົ້າ ຫຼື ສະບູ ແລະ ນ້ຳສະອາດ.
- ເວລາໃສ່ຕ້ອງ ອັດ/ປົກປິດເອົາ ປາກ ແລະ ດັງ, ຮັບປະກັນວ່າບໍ່ໃຫ້ມີຊ່ອງຫວ່າງລະຫວ່າງໃບໜ້າ ແລະ ຜ້າອັດປາກ.
- ຫຼີກລ້ຽງການສໍາຜັດຜ້າອັດປາກ-ດັງໃນເວລາໃສ່ຢູ່; ຖ້າສຳຜັດ ແມ່ນໃຫ້ອະນາໄມມືດ້ວຍເຫຼົ້າ ຫຼື ສະບູ ແລະ ນ້ຳ.
- ປ່ຽນຜ້າອັດປາກທັນທີຖ້າຜ້າອັດປາກນັ້ນປຽກຊຸ່ມ ແລະ ບໍ່ຄວນໃຊ້ຊ້ຳ ຜ້າອັດປາກທີ່ຂຽນບອກວ່າສາມາດນຳໃຊ້ໄດ້ຄັ້ງດຽວ.
- ສຳລັບການຖອດຜ້າອັດປາກ ແມ່ນໃຫ້ຖອດອອກຈາກທາງດ້ານຫຼັງ (ບໍ່ໃຫ້ສຳຜັດບໍລິເວນດ້ານໜ້າຂອງຜ້າອັດປາກ); ໃຫ້ຖິ້ມລົງຖັງຂີ້ເຫຍື້ອທີ່ມີຝາປິດ, ລ້າງມືໃຫ້ສະອາດດ້ວຍເຫຼົ້າ ຫຼື ສະບູ ແລະ ນ້ຳ.
ບຸກຄົນໃດທີ່ສາມາດຕິດເຊື້ອຈຸລະໂລກໄດ້?
- ບຸກຄົນທີ່ອາໃສ ຫຼື ເດີນທາງໄປເຂດໃດໜຶ່ງທີ່ມີການຈໍລະຈອນ ຫຼື ກຳລັງມີການລະບາດ ຫຼື ສຳພັດໃກ້ຊິດກັບຄົນທີ່ຕິດພະຍາດ, ທັງຫມົດ ແມ່ນມີຄວາມສ່ຽງຕໍ່ການຕິດພະຍາດນີ້.
- ພະນັກງານສາທາລະນະສຸກທີ່ເບິ່ງແຍງຄົນເຈັບຕິດເຊື້ອ COVID-19ແມ່ນກຸ່ມທີ່ມີຄວາມສ່ຽງສຸງ ແລະ ບຸກຄົນເຫຼົ່ານັ້ນຕ້ອງປ້ອງກັນໂຕເອງດ້ວຍອຸປະກອນການກັນ ແລະ ຄວບຄຸມການຕິດເຊື້ອທີ່ເໝາະສົມ.
- ສຳລັບຂໍ້ມູນເພີ່ມເຕີມແມ່ນສາມາດເບິ່ງໃນບົດລາຍງານສະພາບການລ່າສຸດໄດ້ທີ່ https://www.covid19.gov.la/ ; https://www.moh.gov.la/index.php/lo-la/ ; ເຟດບຸກຂອງ ສູນຂ່າວສານການແພດສຸຂະສຶກສາ centre of information and education for health ; ສຳລັບກໍລະນີ ຕິດເຊື້ອທົ່ວໂລກແມ່ນຕິດຕາມທີ່ https://www.worldometers.info/coronavirus/
- ຂໍ້ມູນເພີ້ມເຕີມໄດ້ທີ່ ສາຍດ່ວນ 166 ຫຼື 020 5406 6777.
ກຸ່ມຄົນໃດທີ່ສ່ຽງທີ່ຈະມີອາການຮຸນແຮງ?
ໃນຂະນະທີ່ເຮົາຍັງຕ້ອງສຶກສາເພີ່ມຕື່ມກ່ຽວກັບເສັ້້ນທາງການຕິດຕໍ່ເຊື້ອຈຸລະໂລກ COVID-19ໃສ່ຄົນ, ແຕ່ວ່າກຸ່ມຄົນຜູ້ສູງອາຍຸ ແລະ ກຸ່ມຄົນທີ່ມີພະຍາດປະຈຳໂຕ (ເຊັ່ນວ່າ ພະຍາດເບົາຫວານ ແລະ ພະຍາດຫົວໃຈ) ແມ່ນກຸ່ມຄົນທີ່ມີຄວາມສ່ຽງຫຼາຍທີ່ມີອາການຮຸນແຮງ.
ເສັ້ນທາງການແຜ່ເຊື້ຶອຈຸລະໂລກ?
ແມ່ນເຊື້ອຈຸລະໂລກທາງລະບົບຫາຍໃຈທີ່ມີເສັ້ນທາງການຕິດຕໍ່ເຊື້ອທໍາອິດແມ່ນຈາກການສໍາຜັດໃກ້ຊິດກັບບຸກຄົນທີ່ຕິດເຊື້ອ ຜ່ານທາງຝອຍນ້ຳ (droplets) ຈາກການໄອ ຫຼື ຈາມ ຫຼື ຜ່ານທາງຝອຍນ້ຳລາຍ ຫຼື ນ້ຳມູກ. ການປະຕິບັດມາລະຍາດການໄອ-ຈາມຈຶ່ງເປັນສິ່ງທີ່ສຳຄັນສຳລັບທຸກຄົນ ເຊັ່ນວ່າ ເວລາຈາມ ຫຼື ໄອ ຄວນໃສ່ຂໍ່ພັບສອກປິດ ດັງ-ປາກ ຫຼື ໃຊ້ເຈ້ຍອະນາໄມປິດດັງ-ປາກ ເຈ້ຍທີ່ໃຊ້ແລ້ວຄວນຖິ້ມໃສ່ຖັງຂີ້ເຫຍື້ອທີ່ມີຝາປິດ. ນອກນັ້ນ, ການລ້າງມືໃຫ້ສະອາດເປັນປະຈໍາດ້ວຍ ສະບູ ແລະ ນ້ຳ ຫຼື ເຈວລ້າງມືທີ່ມີສ່ວນປະສົມຂອງທາດເຫຼົ້າ ກໍ່ເປັນສິ່ງສຳຄັນ.
ໄລຍະເວລາທີ່ເຊື້ອຈຸລະໂລກອອກຈາກຮ່າງກາຍຄົນເຮົາ ມັນສາມາດຢູ່ເທິງພື້ນຜິວດົນປານໃດ?
ມາຮອດປະຈຸບັນແມ່ນຍັງບໍ່ສາມາດຮູ້ໄດ້ວ່າເຊື້ອຈຸລະໂລກ COVID-19 ສາມາດຢູ່ເທິງພື້ນຜິວໄດ້ດົນເທົ່າໃດ, ແຕ່ວ່າຖ້າອີງຕາມຂໍ້ມູນເບື້ອງຕົ້ນແມ່ນບອກວ່າເຊື້ອຈຸລະໂລກອາດສາມາດຢູ່ໄດ້ປະມານ 2-3 ຊົ່ວໂມງ. ການຂ້າເຊື້ອທຳມະດາແມ່ນພຽງພໍຕໍ່ການຂ້າເຊື້ອຈຸລະໂລກເພື່ອບໍ່ໃຫ້ມັນສາມາດຕິດເຊື້ອໃສ່ຄົນ.
ການເຈັບເປັນຈາກການຕິດເຊື້ອ COVID-19ມີຄວາມແຕກຕ່າງຈາກການຕິດເຊື້ອໄຂ້ຫວັດຕາມລະດູການ ແລະ ໄຂ້ຫວັດໃຫ່ຍແນວໃດ?
- ຄົນທີ່ຕິດເຊື້ອ COVID-19, ໄຂ້ຫວັດໃຫ່ຍ ຫຼື ໄຂ້ຫວັດຕາມລະດູການ ຈະສະແດງອາການທາງລະ ບົບຫາຍໃຈເຊັ່ນ: ໄຂ້, ໄອ ແລະ ນ້ຳມູກຍ້ອຍ. ເຖິງແມ່ນອາການສະແດງອອກຈະຄ້າຍຄືກັນ ແຕ່ສາເຫດແມ່ນມາຈາກເຊື້ອຈຸລະໂລກທີ່ຕ່າງກັນ; ຍ້ອນຄວາມຄ້າຍຄືກັນຂອງອາການສະແດງອອກ,ມັນຈຶ່ງ ເປັນເລື່ອງຍາກທີ່ຈະລະບຸພະຍາດອີງຕາມອາການສະແດງພຽງຢ່າງດຽວ. ດັ່ງນັ້ນ, ການຢັ້ງຢືນທາງຫ້ອງວິເຄາະຈຶ່ງມີຄວາມຈຳເປັນສຳລັບການບົ່ງມະຕິ COVID-19.
- ປົກກະຕິແລ້ວ, ອົງການອະນາໄມໂລກໄດ້ແນະນຳໃຫ້ຄົນທີ່ມີອາການໄອ, ໄຂ້ ແລະ ຫາຍໃຈຍາກຕ້ອງໄປພົບແພດແຕ່ຫົວທີ. ຄົນເຈັບຕ້ອງແຈ້ງໃຫ້ພະນັກງານແພດໝໍຮູ້ ຫາກມີປະຫັວດເດີນທາງພາຍໃນ 14 ມື້ກ່ອນສະແດງອາການ, ຫຼື ໄດ້ສຳຜັດໃກ້ຊິດກັບຄົນທີ່ມີການເຈັບປ່ວຍທາງລະບົບຫາຍໃຈ.
ໄລຍະການບົ່ມເຊື້ອແມ່ນດົນປານໃດ?
ໄລຍະການບົ່ມເຊື້ອແມ່ນຊ່ວງເວລາລະຫວ່າງການຕິດເຊື້ອ ແລະ ວັນເລີ່ມມີອາການ ທາງຄລີນິກຂອງພະຍາດ. ການຄາດຄະເນໄລຍະການບົ່ມເຊື້ອໃນປະຈຸບັນແມ່ນ 2-11 ມື້, ແລະ ການຄາດຄະເນນີ້ຈະມີການປ່ຽນແປງເມື່ອມີຂໍ້ມູນເພີ່ມຕື່ມຫຼາຍຂຶ້ນ. ອີງຕາມຂໍ້ມູນໄລຍະການບົ່ມເຊື້ອຂອງເຊື້ອຈຸລະໂລກຊະນິດອື່ນເຊັ່ນ: MERS ແລະ SARS, ໄລຍະການບົ່ມເຊື້ອຂອງ COVID-19 ອາດດົນເຖິງ 14 ມື້.
ເຮົາສາມາດຕິດເຊື້ອໂຄໂຣນາ COVID-19 ຈາກຄົນທີ່ບໍ່ສະແດງອາການບໍ?
ການເຂົ້າໃຈຊ່ວງເວລາການທີ່ຄົນເຈັບຕິດເຊື້ອຈະສາມາດແຜ່ເຊື້ອຈຸລະໂລກໃຫ້ຄົນອື່ນ ຖືແມ່ນປັດໄຈທີ່ສຳຄັນ ໃນການຄວບຄຸມການແຜ່ເຊື້ອ. ເຊິ່ງຈຳເປັນຕ້ອງໄດ້ເກັບກຳຂໍ້ມູນທາງການແພດຢ່າງລະອຽດຂອງຜູ້ທີ່ຕິດເຊື້ອ ເພື່ອສາມາດກຳນົດໄລຍະເວລາຂອງການຕິດເຊື້ອ COVID-19. ອີງຕາມການລາຍງານລ່າສຸດ, ມັນມີຄວາມເປັນໄປໄດ້ທີ່ຄົນຈະຕິດເຊື້ອຈຸລະໂລກ COVID-19 ແຕ່ຍັງບໍ່ມີອາການ ອາດຈະສາມາດສົ່ງເຊື້ອໄດ້. ແຕ່ເຖິງຢ່າງໃດກໍ່ຕາມ, ອີງຕາມຂໍ້ມູນລ່າສຸດທີ່ມີ, ຜູ້ທີ່ສະແດງອາການແມ່ນ ປັດໃຈຫຼັກໃນການການແຜ່ເຊື້ອ.
ປະເທດລາວມີຄວາມສ່ຽງໃນການຕິດພະຍາດອັກເສບປອດຈາກເຊື້ອ COVID-19 ບໍ່?
ໃນ ສປປ ລາວ ຈາກການຖະແຫຼງຂ່າວໃນວັນທີ່ 30 ມີນາ 2020, ແມ່ນມີຄົນຕິດພະຍາດນີ້ທັງໝົດ 09 ຄົນ ປັດຈຸບັນມີການຢັ້ງຢືນວ່າສາມາດຕິດຕໍ່ຈາກຄົນສູ່ຄົນ ສະນັ້ນມັນມີຄວາມເປັນໄປໄດ້ທີ່ຈະມີການແຜ່ເຊື້ອຫາກມີກໍລະນີໃນບ້ານເຮົາ.
ເຖິງຢ່າງໃດກໍ່ຕາມ ເສັ້ນທາງການຕິດຕໍ່ກໍ່ຍັງແມ່ນການສໍາຜັດໃກ້ຊິດ ແລະ ທາງຝອຍນ້ຳຈາກການໄອ-ຈາມ (Droplets) ຂອງຄົນທີ່ຕິດເຊື້ອ ສະນັ້ນ ຄວນທີ່ຈະຫຼີກລ້ຽງການເດີນທາງໄປໃນເຂດທີ່ມີການລະບາດ ແລະ ການປະຕິບັດມາລະຍາດໃນການໄອ-ຈາມຈຶ່ງເປັນສິ່ງທີ່ສຳຄັນສຳລັບທຸກຄົນ ເຊັ່ນ: ເວລາຈາມ ຫຼື ໄອ ຄວນໃສ່ຂໍ່ພັບສອກປິດ ດັງ-ປາກ ຫຼື ໃຊ້ເຈ້ຍອະນາໄມປິດດັງ-ປາກ ເຈ້ຍທີ່ໃຊ້ແລ້ວຄວນຖິ້ມໃສ່ຖັງຂີ້ເຫຍື້ອທີ່ມີຝາປິດ. ນອກນັ້ນ, ການລ້າງມືໃຫ້ສະອາດເປັນປະຈໍາດ້ວຍ ສະບູ ແລະ ນ້ຳ ຫຼື ເຈວລ້າງມືທີ່ມີສ່ວນປະສົມຂອງທາດເຫຼົ້າ ຖືເປັນສິ່ງສຳຄັນ.
ມີຢາປ້ອງກັນ ຫຼື ປິ່ນປົວສະເພາະເຊື້ອໂຄໂຣນາສາຍພັນໃໝ່ 2019 ບໍ?
ປະຈຸບັນເຮົາຍັງບໍ່ທັນມີຢາສະເພາະທີ່ແນະນຳໃນການປ້ອງກັນ ຫຼື ປີ່ນປົວເຊື້ອໂຄໂຣນາສາຍພັນໃໝ່ 2019. ເຖິງຢ່າງໃດກໍ່ຕາມ, ຜູ້ຕິດເຊື້ອແມ່ນໄດ້ຮັບການປີ່ນປົວຢ່າງເໝາະສົມຕາມຫຼັກວິຊາການ ແລະ ຄວາມເອົາໃຈໃສ່ຈາກ ແພດໝໍ.
ຖ້າທ່ານຕ້ອງການປ້ອງກັນຕົນເອງຈາກການຕິດເຊື້ອນີ້, ທ່ານຕ້ອງປະຕິບັດການຮັກສາອະນາໄມຂັ້ນພື້ນຖານ ເຊັ່ນ ລ້າງມືໃຫ້ສະອາດ ແລະ ການໄອຈາມທີ່ຖືກສຸຂະອະນາໄມ, ປະຕິບັດຫລັກການອາຫານປອດໄພ ແລະ ຖ້າເປັນໄປໄດ້ຫຼີກລ້ຽງການສຳຜັດໃກ້ຊິດກັບຜູ້ທີ່ມີອາການທາງລະບົບຫາຍໃຈ ເຊັ່ນ: ຜູ້ທີ່ໄອ ແລະ ຈາມ.
ໃນທຸກກໍລະນີ, ຖ້າທ່ານມີອາການໄຂ້ ≥37,5 °c, ໄອ ແລະ ຫາຍໃຈຍາກ ຕ້ອງໄປພົບແພດໂດຍໄວ ເພື່ອຫລຸດຜ່ອນຄວາມສ່ຽງທີ່ຈະພັດທະນາເປັນການຕິດເຊື້ອທີ່ຮຸນແຮງ ແລະ ເພື່ອຮັບປະກັນ ທ່ານຄວນບອກປະຫັວດການເດີນທາງຂອງທ່ານໃຫ້ແກ່ແພດປິ່ນປົວ.
ສາມາດໄປກວດພະຍາດນີ້ໄດ້ຢູ່ໃສ?
ຖ້າວ່າທ່ານຮູ້ສຶກວ່າ ທ່ານມີອາການໄຂ້ ≥37,5 °c, ໄອ ແລະ ຫາຍໃຈຍາກ ບວກກັບ ເດີນທາງໄປເຂດທີ່ການລະບາດ, ຫຼື ສຳພັດໃກ້ຊິດ ກັບຄົນທີ່ຕິດພະຍາດ ແມ່ນໃຫ້ທ່ານໄປກວດຢູ່ ໂຮງແຂວງ ຫຼື ໂຮງໝໍ ສູນກາງທີ່ໃກ້ທີ່ສຸດ.
ການກວດວິເຄາະ ໃນ ສປປ ລາວ ເປັນແນວໃດ?
ຫ້ອງວິເຄາະໃນ ສປປ ລາວ ແມ່ນ ໄດ້ມາດຕະຖານ ສາກົນ ແລະ ໃນຂັ້ນສູນກາງພວກເຮົາມີ 4 ແຫ່ງ: ສູນວິເຄາະ ແລະ ລະບາດວິທະຍາ, ສະຖາບັນ ປັດສະເຕີ, ຫ້ອງວິເຄາະໂຮງໝໍມະໂຫສົດ, ສູນວິໃຈພະຍາດຊືມເຊື້ອ ເພື່ອຮອງຮັບໃນການກວດພະຍາດນີ້. ໃນຂັ້ນແຂວງ ພວກເຮົາຍັງມີເຄື່ອງກວດ ແບບເຄື່ອນທີ່ ເພື່ອຮອງຮັບການກວດວິເຄາະພະຍາດນີ້.
ໂຮງໝໍສະເພາະໃນການປິ່ນປົວພະຍາດນີ້
ໃນຂັ້ນສູນກາງ ແມ່ນ ປະກອບມີ: ໂຮງໝໍມິດຕະພາບ, ໂຮງໝໍເຊດຖາທິຣາດ, ໂຮງໝໍມະໂຫສົດ ແລະ ໂຮງໝໍ 103, ແລະ ໃນຂັ້ນແຂວງ ແມ່ນໂຮງໝໍແຂວງ.