1553 1017 1108 1119 1988 1463 1010 1928 1303 1404 1182 1647 1368 1292 1571 1450 1735 1175 1270 1571 1097 1312 1440 1978 1156 1130 1753 1785 1283 1361 1235 1538 1678 1791 1325 1643 1994 1102 1355 1878 1796 1334 1961 1835 1974 1064 1553 1190 1681 1636 1126 1420 1960 1269 1168 1611 1750 1694 1488 1888 1307 1572 1215 1582 1846 1571 1920 1002 1794 1170 1392 1737 1404 1115 1053 1824 1003 1143 1701 1205 1093 1280 1440 1076 1003 1950 1284 1189 1042 1304 1036 1468 1032 1145 1936 1113 1696 1371 1716 ກໍລະນີຕິດເຊື້ອ
ກໍລະນີຕິດເຊື້ອ

ຂໍ້ມູນການຕິດເຊື້ອ COVID-19 ຢູ່ ສປປ ລາວ, ເວລາ 14:30 ວັນທີ 03/06/2020:

ຕິດເຊື້ອສະສົມ: 19 ຄົນ (ໃນນັ້ນຕິດເຊື້ອໃໝ່ເພີ່ມຂຶ້ນ 0 ຄົນ)

ຜູ້ຕິດເຊື້ອທີ 19: ກໍລະນີທີ 19: ເພດຊາຍ ອາຍຸ 21 ປີ, ອາຊີບ: ນັກສຶກສາ, ບ້ານ ໂພນປ່າເປົ້າ, ເມືອງສີສັດຕະນາກ, ນະຄອນຫຼວງວຽງຈັນ. ຜູ້ກ່ຽວ ໄດ້ພັກຢູ່ຫ້ອງດຽວກັນກັບ ຜູ້ຕິດເຊື້ອກໍລະນີທີ 16 ຕັ້ງແຕ່ວັນທີ 27 ມີນາ 2020 ຫາ 08 ເມສາ 2020. ໃນຊ່ວງວັນທີ 29 ມີນາ ແລະ ວັນທີ 04 ເມສາ ໄດ້ມີການຊຸມແຊວກັນ ເປັນໄລຍະ ກັບໝູ່ ຜູ້ຕິດເຊຶື້ອກໍລະນີທີ 16, 17, 18 ທີ່ຢູ່ຫ້ອງແຖວດຽວກັນ. ວັນທີ 08 ເມສາ 2020 ຜູ້ກ່ຽວໄດ້ກັບຄືນຫ້ອງແຖວຂອງຕົນ ທີ່ຂຶ້ນກັບ ບ້ານ ໂພນປ່າເປົ້າ, ເມືອງສີສັດຕະນາກ, ນະຄອນຫຼວງວຽງຈັນ. ທີມງານໄດ້ຕິດຕໍ່ຫາຜູ້ກ່ຽວ ແລະ ແນະນຳໃຫ້ໄປກວດຢູ່ໂຮງໝໍ ມາຮອດວັນທີ 11 ເມສາ ຜູ້ກ່ຽວຈຶ່ງໄດ້ມາກວດ ແລະ ພົບວ່າຕິດເຊື້ອ COVID-19 ແລະ ໄດ້ຮັບການເຂົ້ານອນ ປິ່ນປົວຢູ່ໂຮງໝໍມິດຕະພາບ.

ຜູ້ຕິດເຊື້ອທີ 18: 11/04/2020, ເພດຍິງ, ອາຍຸ 32 ປີ, ອາຊີບ: ຫວ່າງງານ (ເປັນໝູ່ໃກ້ຊິດໃຊ້ຊິວິດຮ່ວມກັນ ຢູ່ຫ້ອງດຽວກັນ ກັບກໍລະນີຢັ້ງຢືນຜູ້ທີ 17) ການເຄື່ອນໄຫວທັງໝົດ ແມ່ນຄືກັນ, ລົດອໍາບູລັງ ໄດ້ມາຮັບໄປໂຮງໝໍໃນເວລາດຽວກັນ.

ຜູ້ຕິດເຊື້ອທີ 17: 11/04/2020,ເພດຍິງ ອາຍຸ 32 ປີ, ອາຊີບ: ຫວ່າງງານ, ໜ່ວຍ 01, ຢູ່ຫ້ອງແຖວ ຂື້ນກັບບ້ານໜອງດ້ວງທົ່ງ, ເມືອງສີໂຄດຕະບອງ, ນະຄອນຫຼວງວຽງຈັນ (ຢູ່ຫ້ອງແຖວ ເບີ 7). ຜູ້ກ່ຽວສໍາຜັດໃກ້ຊິດກັບກໍລະນີທີ 016 (ເພດຍິງ ອາຍຸ 23 ປີ ຢູ່ຫ້ອງແຖວດຽວກັນ, ຫ້ອງແຖວເບີ 8); ວັນທີ 4 ເມສາ 2020: ຜູ້ກ່ຽວໄດ້ກີນເຂົ້າຮ່ວມກັບ ກໍລະນີທີ 016 ຢູ່ຫ້ອງແຖວດຽວກັນ ຫ້ອງເບີ 8 (ກິນນຳກັນທັງໝົດ 4 ຄົນ ລ: ຜູ້ກ່ຽວ, ເພດຊາຍ 02 ຄົນ ແລະ ກໍລະນີຢັ້ງຢືນ 016); ວັນທີ 5-6 ເມສາ 2020: ເຂົາເຈົ້າຍັງໄດ້ມີການພົວພັນໄປມາຫາສູ່ກັນເປັນປົກກະຕິ. ວັນທີ 7 ເມສາ 2020: ຜູ້ກ່ຽວເລີ່ມຮູ້ສຶກຄີງຮ້ອນ, ໄອແຫ້ງ ແລະ ປວດຕົນໂຕ, ໄດ້ໄປຊື້ຢາຢູ່ຮ້ານຂາຍຢາມາກິນເອງ ແລະ ຍັງໄດ້ກິນເຂົ້າກັບເພື່ອນຢູ່ຫ້ອງແຖວດຽວກັນຈໍານວນ 04 ຄົນ. ວັນທີ 08-09 ເມສາ 2020 : ຍັງມີອາການບໍ່ດີຂື້ນ ແຕ່ຜູ້ກ່ຽວໄດ້ພັກຜ່ອນຢູ່ຫ້ອງແຖວ ແລະ ວັນທີ 10 ເມສາ 2020: ພາຍຫຼັງທີ່ກໍລະນີທີ່ 16 ຖືກຢັ້ງຢືນວ່າຕິດເຊື້ອໃນວນທີ 09 ທີມງານແພດໄດ້ໂທຕິດຕໍ່ຫາຜູ້ກ່ຽວ ແລະ ສົ່ງລົດອໍາບູລັງ ໄປຮັບເອົາຜູ້ກ່ຽວມາກວດຫາເຊື້ອ ແລະ ເຂົ້ານອນຕິດຕາມ, ປິ່ນປົວ ຢູ່ໂຮງໝໍມິດຕະພາບ

ຜູ້ຕິດເຊື້ອທີ 16: 09/04/2020, ເພດຍິງ, 23 ປີ, ນັກສຶກສາ, ບ້ານໜອງດ້ວງ, ເມືອງ ສີໂຄດຕະບອງ, ນະຄອນຫຼວງວຽງຈັນ. ວັນທີ 26 ມີນາ ແມ່ນໄດ້ມີການຊຸມແຊວກັບ ກໍລະນີທີ # 10 (ພະນັກງານ DHL); ວັນທີ 27 ມີນາ ໄດ້ຮູ້ຂ່າວວ່າ ກໍລະນີທີ # 10 (ພະນັກງານ DHL) ຕິດພະຍາດ ລາວຈິ່ງຈຳກັດບໍລິເວນໂຕເອງຢູ້ຫ້ອງພັກ, ບໍ່ໄດ້ອອກໄປ ທາງໃດ ຈົນຮອດວັນທີ 6 ເມສາ; ວັນທີ 7 ເມສາ ເລີ່ມຮູ້ສຶກເຈັບຫົວ, ຖືຄີງໄຂ້, ລີ້ນຊາ, ດັງບໍ່ໄດ້ກິ່ນ, ມີຂີ້ກະເທີ ແລະ ຫາຍໃຈຝືດ ແຕ່ຍັງບໍ່ກວດ; ວັນທີ 8 ເມສາ, ອາການລີ້ນຊາຫຼາຍຂຶ້ນ, ດັງບໍ່ມີກິ່ນ, ຫາຍໃຈແສບດັງ, ໄຂ້ ແລະ ມີອາການຫາຍໃຈຝືດ, ຜູ້ກຽວໂທປຶກສາແພດ, ລົດນຳສົ່ງຄົນເຈັບໄດ້ຮັບໄປໂຮງໝໍ ມິດຕະພາບ ພ້ອມເກັບຕົວຢ່າງ ແລະ ກວດພົບວ່າ ຕິດເຊື້ອ.

ຜູ້ຕິດເຊື້ອທີ 15: 08/04/2020, ເພດຍິງ, 20 ປີ, ນັກສຶກສາລາວ, ບ້ານຈອມມະນີ, ເມືອງໄຊເສດຖາ, ນະຄອນຫລວງວຽງຈັນ (ຜູ້ກ່ຽວບໍ່ໄດ້ກັບບ້ານ ແຕ່ມື້ລົງຍົນມາ ແລ້ວເດີນທາງໄປຢູ່ເຮືອນສວນ ກັບກໍລະນີຢັ້ງຢືນ 12). ວັນທີ 22 ມີນາ 2020 ເດີນທາງຈາກສະໜາມບິນ London Heathrow ດ້ວຍຖ້ຽວບິນ TG 917 ມາຮອດ ສະໜາມບິນສຸວັນນະພູມ ປະເທດໄທ ແລະ ເບີຕັ່ງເລກທີ 68C; ວັນທີ 23 ມີນາ 2020 ເດີນທາງຈາກສະໜາມບິນສຸວັນນະພູມ ປະເທດໄທ ມາ ສະໜາມບິນວັດໄຕ ດ້ວຍຖ້ຽວບິນ TG 574, ເລກຕັ່ງນັ່ງ 49A; ຜູ້ກ່ຽວ ໄດ້ນັ່ງມາຖ້ຽວບີນດຽວກັນກັບກໍລະນີຢັ້ງຢືນການຕິດເຊື້ອ COVID-19 ກໍລະນີທີ່ຢັ້ງຢືນ 011 ສັນຊາດ Papua New Guinea ແລະ ກໍລະນີຢັ້ງຢືນ 012; ນ້າສາວຂອງກໍລະນີຢັ້ງຢືນ 012 ໄດ້ມາຮັບຢູ່ສະໜາມບິນວັດໄຕ ແລ້ວເດີນທາງໄປສວນ ເພື່ອຈຳກັດບໍລິເວນຕົນເອງ; ວັນທີ 24 ມີນາ 2020 - ວັນທີ 4 ເມສາ 2020 ໄດ້ຈໍາກັດ ບໍລິເວນ ຢູ່ເຮືອນສວນ ກັບ ກໍລະນີຢັ້ງຢືນ 012; ວັນທີ 05 ເມສາ 2020 ຜູ້ກ່ຽວເລີ່ມມີອາການເຈັບຄໍ ແລະ ຫາຍໃຈຍາກ, ຜູ້ກ່ຽວໄປກວດຢູ່ໂຮງໝໍມິດຕະພາບ ແລະ ໄດ້ເກັບຕົວຢ່າງ, ຜົນກວດແມ່ນບໍ່ພົບ COVID-19 ກໍ່ໄດ້ກັບຄືນໄປຢູ່ບ້ານສວນ ກັບ ນ້າສາວຂອງກໍລະນີທີ 012; ວັນທີ 6 ເມສາ 2020 ຍັງມີອາການເຈັບແໜ້ນໜ້າເອິກ ແລະ ຫາຍໃຈຍາກ, ໄດ້ແທກອຸ່ນຫະພູມ 37 ອົງສາເຊ; ວັນທີ 07 ເມສາ 2020 ໄດ້ມາກວດຄືນ ພົບເຊື້ອ COVID-19 ຮັບເຂົ້ານອນຕິດຕາມອາການຢູ່ໂຮງໝໍມິດຕະພາບ.

ຜູ້ຕິດເຊື້ອທີ 14: 07/04/2020, ເພດຍິງ, 19 ປີ, ນັກສຶກສາລາວ ຮຽນຢູ່ ວິທະຍາໄລ Bellerby College, ລອນດອນ, ປະເທດອັງກິດ, ບ້ານ ສ້າງຄູ້, ເມືອງໄຊທານີ, ນະຄອນຫຼວງວຽງຈັນ. ເດີນທາງຈາກປະເທດອັງກິດ; ວັນທີ 22/3/2020 ເດີນທາງຈາກບາງກອກ ສະໜາມບິນສຸວັນນະພູມ ດ້ວຍຖ້ຽວບິນ TG 574 ຮອດສະໜາມບິນວັດໄຕ (ຄົນລະຖ້ຽວບິນກັບ ກໍລະນີ 11 ແລະ 12); 22 ມີນາ ຫາ ວັນທີ 5 ເມສາ ຜູ້ກ່ຽວໄດ້ຈໍາກັດບໍລິເວນຕົນເອງຢູ່ເຮືອນຂອງ ຕົນໂດຍມີພໍ່ແມ່ ອ້າຍນ້ອງຢູ່ນຳກັນແຕ່ໄດ້ແຍກ ບ່ອນກິນ ແລະ ເຄື່ອງໃຊ້ຕ່າງໆ; ວັນທີ 5/4/2020 ຜູ້ກ່ຽວໄດ້ຮັບຂ່າວວ່າໝູ່ທີ່ມານຳກັນຕິດເຊື້ອພະຍາດ (ຜູ້ທີ 12); ວັນທີ 6 ເມສາ 2020 ຈຶ່ງໄດ້ມາກວດຢູ່ໂຮງໝໍມິດຕະພາບ (ບໍ່ມີອາການ ສະແດງ), ເກັບຕົວຢ່າງມາກວດ ແລະ ພົບວ່າຕິດເຊື້ອໂຄວິດ 19. ປະຈຸບັນແມ່ນນອນປິ່ນປົວຢູ່ຫ້ອງແຍກປ່ຽວ ໂຮງໝໍມິດຕະພາບ.

ຜູ້ຕິດເຊື້ອທີ 13: 07/04/2020, ເພດຊາຍ, 40 ປີ, ບ້ານດອນກອຍ, ເມືອງສີສັດຕະນາກ ນະຄອນຫຼວງວຽງຈັນ, ພະນັກງານບໍລິສັດພູເບຍມາຍນິງ. ໄລຍະ 30-31 ມີນາ ຜູ້ກ່ຽວແມ່ນໄດ້ພົວພັນວຽກກັບຜູ້ຕິດເຊື້ອທີ 11 (ພະນັກງານພູເບັ້ຍມາຍນິງ); ວັນທີ 1 ເມສາ, ຜູ້ກ່ຽວເລີ່ມມີອາການໄຂ້, ເຈັບຫົວ, ຫາຍໃຈຍາກ ແຕ່ບໍ່ໄດ້ປິ່ນປົວ; ວັນທີ 2 ເມສາ, ເດີນທາງຈາກແຄມພູຄຳ ແຂວງ ໄຊສົມບູນ ມາພັກທີ່ບ້ານ (ເມຍ ແລະ 2 ຄົນໄປຮັບ); ວັນທີ 3-4 ເມສາ, ເຮັດວຽກຢູ່ບ້ານ ໄດ້ພົບກັບແມ່, ນ້ອງສາວ, ນ້ອງເຂີຍ ແລະ ເພື່ອນບ້ານອີກ 2 ຄົນ; ວັນທີ 5 ເມສາ ໄດ້ຮັບຂ່າວວ່າກໍນະນີ 11 ຕິດເຊື້ອ ຈຶ່ງໄດ້ມາກວດທີ່ໂຮງໝໍ ມິດຕະພາບ ເກັບຕົວຢ່າງວິເຄາະ ແລະ ຢັ້ງຢືນວ່າຕິດເຊື້ອ.

ຜູ້ຕິດເຊື້ອທີ 12: 06/04/2020, ເພດຍິງ, 20 ປີ, ບ້ານນາໄຊ, ເມືອງໄຊເສດຖາ, ນະຄອນຫຼວງວຽງຈັນ. ວັນທີ 22/3/2020 ເດີນທາງຈາກປະເທດອັງກິດ, ວັນທີ 23/3/2020 ເດີນທາງຮອດສະໜາມບິນວັດໄຕໂດຍຜ່ານສະໜາມບິນສຸວັນນະພູມ ດ້ວຍຖ້ຽວບິນ TG 574, ວັນທີ 24/3/2020 ເລີ່ມຈໍາກັດບໍລິເວນຕົນເອງຢູ່ເຮືອນສວນຂອງຜູ້ກ່ຽວ, ວັນທີ 5/4/2020 ເປັນມື້ທີ 13 ຜູ້ກ່ຽວເລີ່ມມີອາການເຈັບຄໍ ເຈັບຫົວ ຫາຍໃຈຍາກ ຈຶ່ງໄດ້ມາກວດຢູ່ໂຮງໝໍມິດຕະພາບ ແລະ ໄດ້ເກັບຕົວຢ່າງມາກວດ ແລະ ພົບວ່າຕິດເຊື້ອໂຄວິດ-19, ປະຈຸບັນແມ່ນນອນປິ່ນປົວຢູູ່ຫ້ອງແຍກປ່ຽວ ໂຮງໝໍມິດຕະພາບ.

ຜູ້ຕິດເຊື້ອທີ 11: 05/04/2020, ເພດຊາຍ, 55 ປີ, ສັນຊາດ ປາປົວນິວກີເນຍ, ພະນັກງານບໍລິສັດພູເບ້ຍມາຍນິງ. ເດີນທາງຈາກ ປາປົວນິວກີເນຍ ຜ່ານ ສິງກະໂປ ວັນທີ 21/3/20, ວັນທີ 22/3/20 ຢູ່ສິງກະໂປ, ວັນທີ 23/3/20 ເດີນທາງເຂົ້າມາລາວ ຜ່ານສະໜາມບິນປະເທດໄທ, ວັນທີ 23 ຫາ 24/03/2020 ພັກຢູ່ໂຮງແຮມຄຣາວພາຊາ, ວັນທີ 25 /03/2020 ເດີນທາງໂດຍລົດບໍລິສັດໄປພູເບ້ຍມາຍນິງ 11 ຄົນ ໃກ້ຊິດ, ພົວພັນບ່ອນເຮັດວຽກປະມານ 100 ຄົນ, ວັນທີ 3/4/20 ເລີ້ມມີອາການໄຂ້ ໄອ ເຈັບຄໍ ເຈັບຫົວ, ວັນທີ 4/4/2020 ເວລາ 10:00 ໂມງ ເຂົ້າມາກວດຢູ່ ໂຮງໝໍມິດຕະພາບ ແລະ ໄດ້ເກັບຕົວຢ່າງມາກວດ ແລະ ພົບວ່າຕິດເຊື້ອ ໂຄວິດ 19, ປະຈຸບັນແມ່ນນອນປິ່ນປົວຢູ່ຫ້ອງແຍກປ່ຽວ ໂຮງໝໍມິດຕະພາບ.

ຜູ້ຕິດເຊື້ອທີ 10: 01/04/2020, ເພດຍິງ, 21 ປີ, ຢູ່ບ້ານໜອງສະໂນຄຳ, ເມືອງ ສີໂຄດຕະບອງ, ນະຄອນຫຼວງວຽງຈັນ. ວັນທີ 27 ເຖິງ 29 ຜູ້ກ່ຽວເລີ່ມມີອາການເຈັບຄໍ ແລະ ຈາມ, ເມື່ອຍ, ຫາຍໃຈຍາກ ຊື້ຢາກິນເອງ ຈົນຮອດ 30 ຮູ້ສຶກມີອາການໄຂ້ ແລະ ເຈັບຫົວ, ປວດກ້າມເນື້ອ, ວັນທີ 31 ຈຶ່ງໄປໂຮງໝໍມິດຕະພາບ ແລະ ເຖິງບົ່ງມະຕິ ວ່າເປັນໂຄວິດ ແລະ ເຂົ້ານອນໂຮງໝໍມິດຕະພາບ. ລາວເປັນຜູ້ສຳຜັດໃກ້ຊິດກັບຜູ້ຕິດເຊື້ອຄົນທີ 8 ເພດຊາຍທີ່ເປັນພະນັກງານ DHL.

ຜູ້ຕິດເຊື້ອທີ 9: 30/03/2020, ເພດຍິງ, 22 ປີ, ບ້ານ ໂພນພະເນົາ, ເມືອງ ໄຊເສດຖາ. ປະຈຸບັນໄດ້ເອົາເຂົ້ານອນປຶ່ນປົວຢູ່ ໂຮງໝໍມິດຕະພາບດ້ວຍອາການເບົາບາງ, ມີໄຂ້, ໄອ, ນ້ຳມູກ, ຍ່າງໄປມາ ແລະ ຊ່ວຍເຫຼືອຕົນເອງໄດ້, ມີປະຫວັດການເດີນທາງມາແຕ່ປະເທດໄທ.

ຜູ້ຕິດເຊື້ອທີ 8: 28/03/2020, ເພດຊາຍ, 18 ປີີ, ບ້ານ ດອນນົກຂຸ້ມ, ເມືອງ ສີສັດຕະນາກ, ນະຄອນຫຼວງວຽງຈັນ. ເປັນຜູ້ໃກ້ຊິດກັບ ຜູ້ຕິດເຊື້ອທີ 3.

ຜູ້ຕິດເຊື້ອທີ 7: 28/03/2020, ເພດຍິງ, 50 ປີີ, ບ້ານວິຊຸນ, ນະຄອນຫຼວງພະບາງ, ແຂວງຫຼວງພະບາງ. ເປັນເມຍຂອງ ຜູ້ຕິດເຊື້ອທີ 5.

ຜູ້ຕິດເຊື້ອທີ 6: 26/03/2020, ເພດຊາຍ, 41 ປີີ, ບ້ານ ຈໍາປາ, ເມືອງ ສີໂຄດຕະບອງ ນະຄອນຫຼວງວຽງຈັນ. ເປັນຜູ້ສໍາພັດໃກ້ຊິດກັບ ກໍລະນີຕິດທິ່ 3.

ຜູ້ຕິດເຊື້ອທີ 5: 26/03/2020, ເພດຊາຍ, 52 ປີີ, ບ້ານ ວິຊຸນ, ນະຄອນຫຼວງພະບາງ, ແຂວງຫຼວງພະບາງ. ເປັນຄົນ ຂັບລົດໃຫ້ແກ່ ກຸ່ມທົວ.

ຜູ້ຕິດເຊື້ອທີ 4: 25/03/2020, ເພດຊາຍ, 42 ປີີ, ບ້ານ ປ່ອງຄຳ, ນະຄອນຫຼວງພະບາງ, ແຂວງຫຼວງພະບາງ, ເປັນຄົນ ຂັບລົດໃຫ້ແກ່ ກຸ່ມທົວ.

ຜູ້ຕິດເຊື້ອທີ 3: 24/03/2020, ເພດຊາຍ, 26 ປີີ, ບ້ານ ຫ້ວຍຫ້ອມ, ເມືອງ ສີໂຄດຕະບອງ, ນະຄອນຫຼວງວຽງຈັນ. ເປັນຜູ້ສໍາພັດໃກ້ຊິດກັບ ຜູ້ຕິດເຊື້ອທີ 1.

ຜູ້ຕິດເຊື້ອທີ 2: 24/03/2020, ເພດຍິງ, 36 ປີ, ອາຊີບພະນັກງານນຳທ່ຽວ, ມີອາການເຈັບເປັນໃນວັນທີ 10 ມີນາ 2020 ຜູ້ກ່ຽວມີອາການ ໄຂ້, ໄອແຫ້ງ ແລະເມື່ອຍ ແຕ່ບໍ່ໄດ້ໄປປິ່ນປົວຢູ່ໃສ. ວັນທີ 22 ມີນາ 2020 ເວລາປະມານ 14:00 ຜູ້ກ່ຽວໄດ້ໄປກວດຢູ່ໂຮງໝໍມິດຕະພາບ ທ່ານໝໍໄດ້ກວດເລືອດລວມ ແລະເອັກຊະເລປອດ ແຕ່ບໍ່ເຫັນຫຍັງຜິດປົກກະຕິໃດໆ, ທ່ານໝໍໄດ້ແນະນຳໃຫ້ເມືອຕິດຕາມອາການຢູ່ເຮືອນ ແລ້ວຜູ້ກ່ຽວໄດ້ໄປຮັກສາໂຕຢູ່ໂຮງແຮມແຫ່ງໜຶ່ງ. ສ່ວນສະມາຊິກໃນຄອບຄົວທີ່ສ່ຽງຕິດນຳລາວມີ 2 ຄົນ ຄືແມ່ແລະນ້ອງສາວ. ເມື່ອອາການບໍ່ດີຂຶ້ນຈຶ່ງໄດ້ເຂົ້າໄປປົວແລະແຍກປ່ຽວຢູ່ໂຮງໝໍມິດຕະພາບ 150 ຕຽງ, ທ່ານໝໍຈຶ່ງໄດ້ນຳເອົາຕົວຢ່າງຈາກຜູ້ກ່ຽວໄປກວດວິເຄາະແລ້ວພົບວ່າຜູ້ກ່ຽວມີເຊື້ອ ໂຄວິດ-19. ທີ່ຜ່ານມາຜູ້ກ່ຽວແມ່ນໄດ້ນຳພາແຂກທີ່ມາຈາກບັນດາປະເທດເອີຣົບ ໄປທ່ອງທ່ຽວສະຖານທີ່ຕ່າງໆ ໃນວຽງຈັນ-ວັງວຽງ.

ຜູ້ຕິດເຊື້ອທີ 1: 24/03/2020, ເພດຊາຍ, 28 ປີ, ພະນັກງານຢູ່ແຮງໂຮມຄລາວພລາຊ່າ, ມີປະຫວັດການເດິນທາງໄປປະເທດໄທ ຄື ວັນທີ 5-8 ມີນາ 2020 ໄດ້ເຂົ້າຮ່ວມສຳມະນາຢູ່ອາຄານ ໄບເທັກບາງນາ, ນະຄອນຫຼວງບາງກອກ, ປະເທດໄທ. ແລະກັບເຂົ້າມາປະເທດລາວເມື່ອວັນທີ 9 ມີນາ 2020 ທີ່ດ່ານສະໜາມບິນສາກົນວັດໄຕ ແລ້ວກັບເມືອເຮືອນເກັບໂຕ ຕິດຕາມອາການ ບໍ່ໄດ້ອອກໄປໃສ. ທີ່ຜ່ານມາຍັງບໍ່ໄດ້ສຳຜັດກັບໃຜ, ຜູ້ກ່ຽວບໍ່ເຄີຍມີພະຍາດປະຈຳຕົວມາກ່ອນ. ສ່ວນສະມາຊິກໃນຄອບຄົວທີ່ມີຄວາມສ່ຽງ 3 ຄົນ ຄື ພໍ່, ນ້ອງສາວ ແລະນ້ອງຊາຍ ແຕ່ລະຄົນຍັງບໍ່ມີໃຜມີອາການຫຍັງສະແດງອອກເທື່ອ. ປະຫວັດການເຈັບ: ວັນທີ 23 ມີນາ 2020 ຜູ້ກ່ຽວມີອາການໄຂ້, ເຈັບຫົວ, ປວດກ້າມຊີ້ນ, ເຈັບຄໍ, ໄອ ແລະຫາຍໃຈຍາກ. ເວລາ 9:00 ຂອງວັນດຽວກັນ ໄດ້ເຂົ້າກວດຢູ່ໂຮງໝໍມິດຕະພາບ ແລະນອນຕິດຕາມອາການຄົນເຈັບຢູ່ຫ້ອງແຍກປ່ຽວ ແລະໄດ້ເກັບຕົວຢ່າງເມືອກຜົ້ງດັງ ແລະຮູຄໍ ແລ້ວນຳສົ່ງໄປກວດຢູ່ ສວລ ໃນເວລາ 10:30 ຂອງມື້ດຽວກັນ ແລະຜົນການກວດວິເຄາະຢືນຢັນວ່າຜູ້ກ່ຽວມີເຊື້ອ ໂຄວິດ-19.

ໝາຍເຫດ: ວັນທີໃນແຕ່ລະກໍລະນີ ແມ່ນມື້ປະກາດຢັ້ງຢືນການຕິດເຊື້ອ.

 
 
 

 

ດາວໂຫຼດ ໂປຣແກຣມມືຖື
ລະດົມທືນຊ່ວຍເຫຼືອ
ລັດຖະບານ
ກະຊວງ ສາທາລະນະສຸກ
ອົງການອານະໄມໂລກ