ໜຶ່ງໃນກຸ່ມບູລິມະສິດທີ່ຕ້ອງໄດ້ຮີບຮ້ອນມາຮັບວັກຊີນກັນພະຍາດໂຄວິດ-19
09/05/2021

ໜຶ່ງໃນກຸ່ມບູລິມະສິດທີ່ຕ້ອງໄດ້ຮີບຮ້ອນມາຮັບວັກຊີນກັນພະຍາດໂຄວິດ-19 ແມ່ນ ຜູ້ທີ່ເປັນພະຍາດຊໍາເຮື້ອ ເພາະກຸ່ມດັ່ງກ່າວເມື່ອມີການຕິດເຊື້ອໂຄວິດ-19 ແລ້ວອາການຈະຮຸນແຮງ ແລະ ອາດເຖິງແກ່ຊີວິດໄດ້. ສໍາລັບທ່ານທີ່ມີຜົນກວດເປັນບວກກໍ່ຍິ່ງຕ້ອງມີການໃຫ້ຄວາມຮ່ວມມືກັບແພດໝໍເຂົ້າຮັບການປິ່ນປົວແຕ່ຫົວທີ ເພື່ອຫຼີກລ່ຽງຄວາມຮ້າຍແຮງທີ່ຈະເກີດຈາກພະຍາດດັ່ງກ່າວ.
ທຸກໆວັກຊີນທີ່ຖືກນໍາໃຊ້ໃນ ສປປ ລາວ ແມ່ນມີຄວາມປອດໄພ ແລະ ມີປະສິດທິພາບ. ເຊິ່ງກ່ອນທີ່ຈະຖືກນໍາໃຊ້ໃຫ້ບໍລິການແກ່ປະຊາຊົນໃນ ສປປ ລາວ ແມ່ນໄດ້ມີການຜ່ານຂະບວນການອະນຸມັດນໍາໃຊ້ສຸກເສີນຈາກ ກົມອາຫານ ແລະ ຢາ, ກະຊວງສາທາລະນະສຸກ ແລະ ການຮັບຮອງຂຶ້ນທະບຽນນໍາໃຊ້ສຸກເສີນຈາກ ອົງການອະນາໄມໂລກ (WHO) ເຊິ່ງໃນປັດຈຸບັນ, ວັກຊີນ Astra Zeneca ແລະ ວັກຊີນ Sinopharm ທີ່ຖືກນໍາໃຊ້ໃນ ສປປ ລາວ ກໍ່ລ້ວນແຕ່ໄດ້ຮັບການຂຶ້ນທະບຽນນຳໃຊ້ສຸກເສີນດັ່ງກ່າວ.
ສາມາດພົວພັນຮັບວັກຊີນໄດ້ກັບຈຸດໃຫ້ວັກຊີນທີ່ກໍານົດໃກ້ບ້ານທ່ານ ຫຼື ລົງທະບຽນນັດລ່ວງໜ້າ ຜ່ານ vaccinatelaos.la