1251 1427 1460 1661 1630 1504 1642 1615 1750 1589 1286 1942 1105 1567 1342 1443 1150 1008 1151 1327 1785 1417 1508 1642 1729 1946 1625 1774 1187 1719 1631 1271 1879 1323 1912 1670 1055 1095 1688 1623 1468 1027 1856 1526 1152 1647 1944 1275 1630 1471 1755 1818 1979 1839 1820 1763 1345 1211 2000 1357 1783 1905 1016 1548 1491 1002 1688 1011 1520 1356 1573 1762 1440 1253 1372 1803 1432 1345 1293 1221 1530 1396 1573 1335 1694 1411 1525 1695 1453 1407 1268 1141 1123 1185 1034 1780 1632 1255 1351 ຖະແຫຼງຂ່າວ
ຖະແຫຼງຂ່າວ

10/06/2020


ໄຟລ໌ແນບ (s):
​ຫົວ​ຂໍ້ ດາວ​ໂຫຼດ
ບົດອອກຂ່າວທີ 9 ມິຖຸນາ 2020final_V2

ບົດຖະແຫຼງຂ່າວ

ຂອງຄະນະສະເພາະກິດ ເພື່ອປ້ອງກັນ ຄວບຄຸມ ແລະ ແກ້ໄຂ ພະຍາດອັກເສບປອດທີ່ເກີດຈາກເຊື້ອຈຸລະໂລກສາຍພັນໃໝ່ COVID-19

ປະຈໍາວັນອັງຄານ ວັນທີ 09 ມິຖຸນາ ປີ 2020

ໂດຍ: ທ່ານ ດຣ. ພອນປະເສີດ ໄຊຍະມຸງຄຸນ, ຮອງຫົວໜ້າ ກົມຄວບຄຸມພະຍາດຕິດຕໍ່,  

       ກະຊວງສາທາລະນະສຸກ.

  • ສະບາຍດີ ຜູ້ທຸກໆ​ທ່ານ​ທີ​ຮັບຟັງ ແລະ ຮັບຊົມ ທີ່ນັບຖື ແລະ ຮັກ​ແພງ. ຂ້າພະເຈົ້າ

ຂໍລາຍງານ:

  1. ສະພາບການເຝົ້າລະວັງ COVID-19 ຢູ່ ສປປ ລາວ ຮອດ 5 ໂມງແລງ ຂອງວັນທີ 08 ມິຖຸນາ 2020
  2. ການຕິດຕາມຜູ້ເດີນທາງຈາກຈຸດຜ່ານແດນຕ່າງໆ
    • ຈໍານວນຜູ້ເດີນທາງເຂົ້າມາ ມີທັງໝົດ 1,466 ຄົນ

-       ຈຸດຜ່ານດ່ານລາວ-ໄທ 756 ຄົນ ລາຍລະອຽດດັ່ງລຸ່ມນີ້:

o     ຜ່ານດ່ານຂົວມິດຕະພາບແຫ່ງທີ II ມີ ແຮງງານລາວ 46 ຄົນ (ມີຖິ່ນຖານມາຈາກສະຫວັນ

ນະເຂດ 38 ຄົນ,​ ຄຳມ່ວນ 05 ຄົນ, ນະຄອນຫຼວງ 02 ຄົນ ແລະ ຈຳປາສັກ 01 ຄົນ).

o     ຜ່ານດ່ານຂົວມິດຕະພາບ III ມີແຮງງານ 27 ຄົນ (ມີຖິ່ນຖານມາຈາກຄຳມ່ວນ 25 ຄົນ ແລະ ສະຫວັນນະເຂດ 02 ຄົນ).

o     ແຮງງານລາວເຂົ້າມາ ຜ່ານດ່ານວັງເຕົ່າ-ຊ່ອງເມັກ ມີ 76 ຄົນ (ມີຖິ່ນຖານມາຈາກຈຳປາສັກ 56 ຄົນ,​ ສາລະວັນ 12 ຄົນ,​ ສະຫວັນນະເຂດ 06 ຄົນ ແລະ ນະຄອນຫຼວງ 02 ຄົນ)

o     ເຫຼືອນັ້ນແມ່ນ ຄົນຂັບລົດສົ່ງສິນຄ້າ 607 ຄົນ.

-       ຈຸດຜ່ານດ່ານລາວ -ຈີນ 16 ຄົນ, ທັງໝົດ ແມ່ນຜູ້ຂັບລົດຂົນສົ່ງສິນຄ້າ.

-       ຈຸດຜ່ານດ່ານລາວ - ຫວຽດນາມ 622 ຄົນ, ໃນນັ້ນ ມີຄົນລາວກັບມາແຕ່ປິ່ນປົວ 02 ຄົນ ຜ່ານດ່ານນ້ຳພາວ, ແຂວງບໍລິຄຳໄຊ, ເຫຼືອນັ້ນ ແມ່ນຄົນຂັບລົດສົ່ງສິນຄ້າ 620 ຄົນ.

-       ຈຸດຜ່ານດ່ານລາວ - ກຳປູເຈຍ 00 ຄົນ.

-          ຈຳນວນຜູ້ເດີນທາງຜ່ານສະໜາມບິນສາກົນວັດໄຕ 72 ຄົນ, ໃນນັ້ນ ມີແຮງງານຈີນ 70 ຄົນ ແລະ ຄົນລາວ 02 ຄົນ.

·      ທຸກຄົນໄດ້ແທກອຸນຫະພູມຮ່າງກາຍ, ກວດຫາອາການຜິດປົກກະຕິ, ແຕ່ບໍ່ພົບຜູ້ມີອາການເປັນໄຂ້ ແລະ ໄດ້ເກັບຕົວຢ່າງທຸກ​ໆຄົນມາກວດ (ຍົກ​ເວັ້ນແຕ່​ຜູ້​ຂັບ​ລົດ​ຂົນ​ສົ່ງ ​ແລະ ​ຜູ້​ຕິດ​ຕາມ​) ແລ້ວຈຶ່ງນຳສົ່ງໄປ​ຫາສະຖານທີ່ ຈຳກັດບໍລິເວນ ທີ່ກຳນົດໄວ້ຈົນກວ່າຈະຄົບກຳນົດ 14 ວັນ.

 

 

 

  1. ການເກັບຕົວຢ່າງມາກວດວິເຄາະ ແລະ ຄົ້ນຫາຜູ້ຕິດເຊື້ອພະຍາດ
    • ໃນວັນທີ 08 ມິຖຸນາ 2020, ໄດ້ເກັບຕົວຢ່າງມາກວດວິເຄາະທັງໝົດ 319 ຄົນ, ໃນນັ້ນ ແຮງງານລາວກັບມາແຕ່ໄທ 227 ຄົນ, ແຮງງານຈີນ 77 ຄົນ, ກໍລະນີສົງໄສ 14 ຄົນ ແລະ ຜູ້ຕິດເຊື້ອນອນປິ່ນປົວຢູ່ໂຮງໝໍມິດຕະພາບ 01 ຄົນ (ນ້ຳເບີ 07).  
    • ຜົນກວດຂອງ ແຮງງານລາວ, ແຮງງານຈີນ ແລະ ກໍລະນີສົງໄສ ທີ່ກວດມື້ວານນີ້ ບໍ່ພົບເຊື້ອ.
    • ໝາຍຄວາມວ່າໃນວັນທີ 08 ມິຖຸນາ 2020 ບໍ່ມີຜູ້ຕິດເຊື້ອໃໝ່.
    • ສັງລວມການກວດວິເຄາະ ແຕ່ເດືອນມັງກອນ ຮອດ ວັນທີ 08 ມິຖຸນາ 2020 ໄດ້ເກັບຕົວຢ່າງມາກວດທັງໝົດ 8,926 ຕົວຢ່າງ, ກວດພົບເຊື້ອສະສົມ 19 ຄົນ (58 ມື້ແລ້ວທີ່ບໍ່ພົບຜູ້ຕິດເຊື້ອໃໝ່).
  2. ການຕິດຕາມຜູ້ຖືກຈຳກັດບໍລິເວນຢູ່ໃນສະຖານທີ່ທີ່ກຳນົດໄວ້ໃນຂອບເຂດທົ່ວປະເທດ
    • ປະຈຸບັນນີ້ທົ່ວປະເທດ ມີສູນຈໍາກັດບໍລິເວນ ທັງໝົດ 80 ສູນ, ມີຜູ້ຖືກຈຳກັດບໍລິເວນຢູ່ສູນ 3,262 ຄົນ, ໄດ້ເກັບຕົວຢ່າງມາກວດວິເຄາະ ທັງໝົດ ແລະ ບໍ່ພົບຜູ້ຕິດເຊື້ອ.
  3. ການຕິດຕາມປີ່ນປົວຄົນເຈັບຢູ່ໂຮງໝໍ
  4. ນອກຈາກການຕິດຕາມສະພາບການລະບາດຂອງພະຍາດ COVID-19 ພາຍໃນປະເທດແລ້ວ ຄະນະສະເພາະກິດຍັງໄດ້ຕິດຕາມສະພາບການລະບາດຂອງບັນດາປະເທດໃກ້ຄຽງ ແລະ ໃນໂລກ ເຫັນວ່າ:

·        ມາຮອດເວລາ 6:00 ໂມງເຊົ້າ ຂອງວັນທີ 09 ມິຖຸນາ 2020, ທົ່ວໂລກມີການລາຍງານການລະບາດ ທັງໝົດ 213 (ປະເທດ/ເຂດ).

-  ມີການຢັ້ງຢືນຜູ້ຕິດເຊື້ອພະຍາດ COVID-19 ແມ່ນ 7,182,933 (104,353 ໃໝ່)     

-  ເສຍຊິວິດ 408,015 (3,054 ໃໝ່) ເຊິ່ງກວມເອົາ 5.68 % ຂອງຜູ້ຕິດເຊື້ອທັງໝົດ.

-  ປີ່ນປົວຫາຍດີ 3,506,341  (53,289 ໃໝ່) ເຊິ່ງກວມເອົາ 48.8 % ຂອງຜູ້ຕິດເຊື້ອ      

   ທັງໝົດ.

·      ປະເດັນສຳຄັນ ແມ່ນຍັງມີການລະບາດເປັນວົງກວ້າງຢູ່ໃນ ທະວີບອາເມລິກາ ແລະ ທະວີບຍູຣົບ, ມີບາງປະເທດ ຈໍານວນຜູ້ຕິດເຊື້ອໃນ​ວັນດຽວ ​ແມ່ນມີເຖິງ 17,928 ຄົນ (ອາເມຣິ

ກາ) ແລະ ບາງປະເທດເສຍຊີວິດ​ເຖິງ 723 ຄົນ (ບຣາຊິວ) ຕໍ່ມື້.

·      ໃນບັນດາກຸ່ມປະເທດອາຊຽນ ມາຮອດເວລາ 6:00 ໂມງເຊົ້າ ຂອງວັນທີ 09 ມິຖຸນາ ມີການຢັ້ງຢືນ ຜູ້ຕິດເຊື້ອພະຍາດ COVID-19 ແມ່ນ 105,113 (1,831 ໃໝ່), ເສຍຊີວິດ 3,102 ​ຄົນ, ຍັງມີບາງປະເທດທີ່ມີອັດຕາການຕິດເຊື້ອໃໝ່ສູງເຖິງ 847 ຄົນ (ອິນໂດເນ

ເຊຍ) ຕໍ່ມື້. ມື້ວານນີ້ເສຍຊີວິດໃນປະເທດອາຊຽນທັງໝົດ 40 ຄົນ.

  1. ຂໍ້ແນະນຳ

ບັນດາທ່ານທີ່ນັບຖື ແລະ ຮັກແພງ,

  • ບັນດາທ່ານໄດ້ຮັບຟັງຂໍ້ມູນ ສະພາບການລະບາດຂອງພະຍາດ COVID-19 ຢູ່ປະເທດເຮົາກໍ່ຄື ຢູ່ໃນບັນດາປະເທດອາຊຽນ ແລະ ໃນທົ່ວໂລກ;
  • ພວກເຮົາຕີລາຄາວ່າສະພາບການລະບາດຢູ່ປະເທດເຮົາ ແລະ ປະເທດທີ່ມີຊາຍແດນຕິດຈອດກັບ ສ​ປ​ປ ລາວ ແມ່ນຜ່ອນຄາຍລົງຫຼາຍແລ້ວ. ສະເພາະຢູ່ ສປປ ລາວ 58 ມື້ແລ້ວ ບໍ່ມີຜູ້ຕິດເຊື້ອໃໝ່, ຜູ້ຕິດເຊື້ອສະສົມ 19 ຄົນ ແລະ ປິ່ນປົວດີ ແລ້ວ
  • ຜົນສຳເລັດໃນເບື້ອງຕົ້ນນີ້ ຍ້ອນມີການຊີ້ນຳ ນຳພາ ທີ່ດີຂອງການນຳຂັ້ນສູງພັກ-ລັດ ກໍ່ຄືອຳນາດການປົກຄອງທຸກຂັ້ນ, ຍ້ອນມີການຮ່ວມແຮງຮ່ວມໃຈຈາກພໍ່ແມ່ປະຊາຊົນບັນດາເຜົ່າ,ມີການສະໜັບສະໜູນຈາກບັນ​ດາ​ປະ​ເທດເພື່ອນມິດ, ອົງການຈັດຕັ້ງສາກົນ, ຄູ່ຮ່ວມພັດທະ

ນາ, ພາກທຸລະກິດ ແລະ ອົງການຈັດຕັ້ງທາງສັງຄົມທຸກພາກສ່ວນ ເຊິ່ງຈະເປັນບົດຮຽນອັນສຳຄັນໃຫ້ແກ່ພວກເຮົາໃນການກຳນົດນະໂຍບາຍ, ແຜນປະຕິບັດງານ ໃນຕໍ່ໜ້າ ເພື່ອສະກັດກັ້ນ ແລະ ແກ້ໄຂການລະບາດຂອງພະຍາດ COVID-19 ກໍ່ຄືພະຍາດຕິດຕໍ່ອື່ນໆ.

  • ບັນດາທ່ານ ທີ່ນັບຖື ແລະ ຮັກແພງ, ຄຽງຄູ່ກັບພະຍາດ COVID-19 ກໍ່ຍັງມີ ພະຍາດຕາມ
  • , ໂດຍສະເພາະແມ່ນ ພະຍາດໄຂ້ຍຸງລາຍ ພວມກຳລັງມີການລະບາດ ເຊິ່ງມີຕົວ
  • 1,676 ຄົນ ແລະ ມີການເສຍຊີວິດ 5 ຄົນ.

 

  • ສຳລັບການເຂົ້າ-ອອກ ສປປ ລາວ ໄລຍະຜ່ອນຜັນນີ້ ແມ່ນໃຫ້ປະຕິບັດຕາມຄຳແນະນຳ ສະ
  • 1444/ຕປທ.ສພກ, ລົງວັນທີ 01 ມິຖຸນາ 2020.
  • ຂໍຮຽກຮ້ອງໃຫ້ພໍ່ແມ່ປະຊາຊົນບັນດາເຜົ່າ, ທຸກພາກສ່ວນໃນສັງຄົມຈົ່ງສືບຕໍ່ປະຕິບັດແຈ້ງການ ແລະ ຄຳແນະນຳຂອງຂະແໜງການຕ່າງໆ ດ້ວຍຄວາມຮັບຜິດຊອບສູງຈົນກວ່າຈະມີການປ່ຽນແປງໃໝ່;
  • ຂໍໃຫ້ບັນດາທ່ານຕິດຕາມຂ່າວ ຈາກພາກປົກກະຕິຂອງໂທລະພາບ, ວິທະຍຸກະຈາຍສຽງ, ໜັງສືພິມ ແລະ ສື່ຕ່າງໆ. ລາຍລະອຽດຂອງຄຳແນະນຳ, ຂໍ້ມູນທີ່ເປັນທາງການ, ທ່ານຍັງສາມາດຕິດຕາມໄດ້ຈາກເວັບໄຊ້ www.covid19.gov.la ແລະ ເຟດບຸກຂອງສູນສື່ສານເພື່ອສຸຂະພາບ ແລະ ສຸຂະສຶກສາ.
  • ການຖະແຫຼງຂ່າວປະຈຳວັນອັງຄານ ວັນທີ 09 ມິຖຸນາ 2020 ມາຮອດນີ້ໄດ້ສີ້ນສຸດລົງ.

ຂໍຂອບໃຈ ໃນການຕິດຕາມຮັບຊົມ ແລະ ຮັບຟັງ

 

 

ດາວໂຫຼດ ໂປຣແກຣມມືຖື
ລະດົມທືນຊ່ວຍເຫຼືອ
ລັດຖະບານ
ກະຊວງ ສາທາລະນະສຸກ
ອົງການອານະໄມໂລກ