ພຣະຫຼັກແກ້ວມະຫາວໍຣະຍານາທິບໍດີ (ມະຫາເຫວດ ມະເສໄນ) ຮອງປະທານອົງການພຸດທະສາສະໜາສັມພັນແຫ່ງ ສປປ ລາວ ພ້ອມດ້ວຍຄະນະໄດ້ມອບເງິນ ຊ່ວຍເຫຼືອຊຸກຍູ້ໃຫ້ກະຊວງສາທາ
17/04/2020

ວັນວັນທີ 11 ເມສາ 2020, ພຣະຫຼັກແກ້ວມະຫາວໍຣະຍານາທິບໍດີ (ມະຫາເຫວດ ມະເສໄນ) ຮອງປະທານອົງການພຸດທະສາສະໜາສັມພັນແຫ່ງ ສປປ ລາວ ອົງຊີ້ນຳລວມວຽກງານກັມມາທິການເຜີຍແຜ່ສີລະທັມແລະປະຕິບັດກັມມະຖານ ສູນກາງ ອພສ. ພ້ອມດ້ວຍຄະນະໄດ້ມອບເງິນ ຈຳນວນ 15,000,000 ກີບ (ສິບຫ້າລ້ານກີບ) ຊ່ວຍເຫຼື່ອຊຸກຍູ້ໃຫ້ກະຊວງສາທາລະນະສຸກເພື່ອນຳໃຊ້ເຂົ້າໃນການຄວບຄຸມແລະຕ້ານພະຍາດ COVID-19, ຕ່າງໜ້າຮັບໂດຍ ທ່ານ ດຣ. ເນົາ ບຸດຕາ ຫົວຫນ້າຫ້ອງການ ກະຊວງສາທາລະນະສຸກ, ທ່ານ ດຣ. ສົມຈິດ ຜາວິໄລ ຮອງຫົວຫນ້າຫ້ອງການ, ຮ່ວມດ້ວຍ ທ່ານ ດຣ. ອິນປົງ ທອງພະຈັນ ຮອງຫົວໜ້າສູນຂ່າວສານ ພ້ອມດ້ວຍຄະນະ.