ກະຊວງສາທາລະນະສຸກ ໄດ້ມອບໃບຍ້ອງຍໍໃຫ້ແກ່ ທີມແພດຈີນ
11/04/2020

ກະຊວງສາທາລະນະສຸກ ໄດ້ມອບໃບຍ້ອງຍໍໃຫ້ແກ່ ທີມແພດ ແລະ ຊ່ຽວຊານ ຈາກ ສປ ຈີນ
ໃນວັນທີ 10 ເມສາ 2020 ເວລາ 16:48 ໂມງ ທ່ານ ຮສ.ດຣ ບຸນກອງ ສີຫາວົງ ລມຕ ກະຊວງສາທາລະນະສຸກ ໄດ້ມອບໃບຍ້ອງຍໍໃຫ້ແກ່ ທີມແພດ ແລະ ຊ່ຽວຊານ ຈາກ ສປ ຈີນ ຈຳນວນ 12 ຄົນ ເພື່ອສະແດງຄວາມຂອບໃຈ ແລະ ຮູ້ບຸນຄຸນຢ່າງສູງ ທີ່ຄະນະດັ່ງກ່າວໄດ້ເຂົ້າມາຊ່ວຍເຫລືອ ສປປ ລາວ ໃນການຕ້ານ ແລະ ສະກັດກັ້ນການແຜ່ລະບາດຂອງເຊື້ອໄວຣັດໂຄວິດ-19. ພ້ອມດຽວກັນນັ້ນ ກໍໄດ້ອວຍພອນໃຫ້ທຸກຄົນກັບຄືນປະເທດ ເພື່ອໄປຫາຄອບຄົວ, ພໍ່ແມ່, ລູກຫລານ ດ້ວຍຄວາມສະຫວັດດີພາບທຸກປະການ.