1825 1227 1506 1963 1824 1904 1487 1910 1156 1896 1271 1422 1025 1874 1264 1071 1387 1682 1768 1109 1911 1094 1535 1519 1807 1695 1114 1575 1604 1724 1426 1904 1418 1849 1723 1241 1902 1362 1570 1070 1940 1820 1946 1306 1624 1877 1849 1264 1948 1144 1710 1370 1388 1244 1207 1410 1747 1859 1994 1158 1985 1380 1088 1155 1590 1822 1229 1647 1321 1629 1159 1558 1745 1645 1888 1277 1486 1339 1726 1560 1704 1779 1778 1923 1417 1555 1210 1153 1209 1185 1819 1992 1360 1276 1176 1390 1894 1185 1355 ບົດຖະແຫຼງຂ່າວ ຂອງທ່ານຮອງນາຍົກລັດຖະມົນຕີ ກ່ຽວກັບມາດຕະການດ້ານເສດຖະກິດ ເພື່ອແກ້ໄຂຜົນກະທົບຂອງການລະບາດພະຍາດ COVID-19 ຢູ່ ສປປ ລາວ ​
ບົດຖະແຫຼງຂ່າວ ຂອງທ່ານຮອງນາຍົກລັດຖະມົນຕີ ກ່ຽວກັບມາດຕະການດ້ານເສດຖະກິດ ເພື່ອແກ້ໄຂຜົນກະທົບຂອງການລະບາດພະຍາດ COVID-19 ຢູ່ ສປປ ລາວ ​

02/04/2020

​​ໃນຕອນເຊົ້າ ຂອງວັນທີ 2 ເມສາ 2020 ທີ່ ສຳນັກງານນາຍົກລັດຖະມົນຕີ, ທ່ານ ສອນໄຊ ສີພັນດອນ, ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງແຜນການ ແລະ ການລົງທຶນ ໄດ້ຖະແຫຼງຂ່າວຕໍ່ສື່ມວນຊົນ ກ່ຽວກັບມາດຕະການດ້ານເສດຖະກິດ ເພື່ອແກ້ໄຂຜົນກະທົບຂອງການລະບາດພະຍາດ COVID-19 ຢູ່ ສປປ ລາວ ​ໂດຍມີເນື້ອໃນ ດັ່ງນີ້:

ບັນດາທ່ານທີ່ນັບຖື, ພໍ່ແມ່ພີ່ນ້ອງຮ່ວມຊາດ ທີ່ຮັກແພງ ແລະ ບັນດາສື່ມວນຊົນ ທັງຫຼາຍ. 
ໂດຍປະຕິບັດຕາມມະຕິຕົກລົງ ຂອງກອງປະຊຸມລັດຖະບານ ສະໄໝສາມັນປະຈຳເດືອນມີນາ 2020 ແລະ ຄໍາສັ່ງຂອງນາຍົກລັດຖະມົນຕີ  ສະບັບເລກທີ 06/ນຍ ລົງວັນທີ 29 ມີນາ 2020 ວ່າດ້ວຍການເພີ່ມທະວີມາດຕະການສະກັດກັ້ນ, ກັນການລະບາດ, ຄວບຄຸມ ແລະ ກຽມຄວາມພ້ອມຮອບດ້ານ ໃນການຕ້ານພະຍາດ ໂຄວິດ 19.  
ໃນນາມຕາງໜ້າ ໃຫ້ຄະນະສະເພາະກິດດ້ານເສດຖະກິດ ເພື່ອແກ້ໄຂຜົນກະທົບ ຈາກການແຜ່ລະບາດຂອງພະຍາດໂຄວິດ 19, ຂ້າພະເຈົ້າ ຂໍແຈ້ງຂ່າວ ມາຍັງພໍ່ແມ່ພີ່ນ້ອງ, ປະຊາຊົນລາວ ທົ່ວປະເທດ ກ່ຽວກັບບາງມາດຕະການ ໃນເບື້ອງຕົ້ນ ຂອງລັດຖະບານ ເພື່ອຫຼຸດດຜ່ອນຜົນກະທົບ ທາງດ້ານເສດຖະກິດ-ສັງຄົມ ເປັນຕົ້ນ ຕໍ່ຊີວິດການເປັນຢູ່ຂອງປະຊາຊົນລາວ ໃນຂອບເຂດທົ່ວປະເທດ ຊື່ງລັດຖະບານ ໄດ້ຖືເປັນບັນຫາສຳຄັນຮີບດ່ວນ ຊຶ່ງໄດ້ກຳນົດບາງມາດຕະການ ແລະ ການຈັດຕັ້ງປະຕິບັດ ດັ່ງນີ້: 
I. ມາດຕະການຮີບດ່ວນ
ລັດຖະບານໄດ້ອອກນະໂຍບາຍຜ່ອນຜັນ ແລະ ເລື່ອນການຊໍາລະພາສີ-ອາກອນ ແລະ ຄ່າທໍານຽມ, ຄຸ້ມຄອງລາຄາສິນຄ້າ ແລະ ແກ້ໄຂບັນຫາແຮງງານ ດັ່ງນີ້:
1. ຕໍ່ເວລາ ການຊໍາລະຄ່າທາງ ປີ 2020 ອອກໄປຈາກວັນທີ 31 ເມສາ ໄປຮອດ 30 ມີຖຸນາ 2020.
2. ຕໍ່ເວລາ ການສົ່ງເອກະສານລາຍງານການເງິນ ແລະ ຜົນການເຄື່ອນໄຫວວຽກງານປະຈຳປີ 2019 ຂອງບັນດາ ຫົວໜ່ວຍວິສາຫະກິດ ໄປຮອດ ວັນທີ 30 ເມສາ 2020.
3. ຍົກເວັ້ນອາກອນລາຍໄດ້ເງິນເດືອນ ຂອງຜູ້ມີລາຍຮັບຕໍ່າກວ່າ 5 ລ້ານກີບ ເປັນໄລຍະເວລາ 3 ເດືອນ ເລີ່ມແຕ່ເດືອນເມສາ, ພຶດສະພາ ແລະ ມິຖຸນາ 2020. ໃນພາກປະຕິບັດຕົວຈິງກະຊວງການເງິນ ຈະມິຄໍາແນະນຳສະເພາະ ຕື່ມອີກ.
4. ຍົກເວັ້ນອາກອນລາຍໄດ້ຂອງຈຸນລະວິສາຫະກິດ ສຳລັບຜູ້ທີ່ມີລາຍຮັບປະຈຳປີ ແຕ່ 50 ລ້ານກີບ ຫາ 400 ລ້ານກີບ ເປັນໄລຍະເວລາ 3 ເດືອນ ເລີ່ມແຕ່ເດືອນເມສາ, ພຶດສະພາ ແລະ ມິຖຸນາ 2020.
5. ຍົກເວັ້ນພາສີ-ອາກອນ ທຸກປະເພດສິນຄ້າ ທີ່ຕິດພັນກັບວຽກງານສະກັດກັ້ນ, ປ້ອງກັນ ແລະ ກຽມພ້ອມ ເພື່ອຕ້ານການລະບາດຂອງພະຍາດໂຄວິດ 19.
6. ປັບຫຼຸດອັດຕາດອກເບັ້ຍພື້ນຖານຂອງທະນາຄານກາງ ລົງຈາກ 4% ມາເປັນ 3%. 
7. ປັບຫຼຸດອັດຕາສ່ວນເງິນແຮຝາກບັງຄັບທັງສະກຸນເງິນກີບ ແລະ ເງິນຕາຕ່າງປະເທດ ເພື່ອຊ່ວຍເພີ່ມເມັດເງິນ ຈໍານວນໜຶ່ງເຂົ້າສູ່ລະບົບເສດຖະກິດ. 
8. ອອກນະໂຍບາຍ ຊຸກຍູ້ໃຫ້ທະນາຄານທຸລະກິດ ເລື່ອນເວລາຊໍາລະໜີ້ທັງຕົ້ນທຶນ ແລະ ດອກເບັ້ຍ, ປັບຫຼຸດອັດຕາດອກເບ້ຍ ແລະ ຄ່າທຳນຽມ, ສະໜອງເງິນກູ້ບ້ວງໃໝ່ ໃຫ້ແກ່ລູກໜີ້ ຫຼື ທຸລະກິດທີ່ໄດ້ຮັບຜົນກະທົບຕາມຄວາມເໝາະສົມ.
9. ແຈ້ງການປັບຫຼຸດລາຄານໍ້າມັນເຊື້ອໄຟທຸກປະເພດໃນແຕ່ລະໄລຍະ ໂດຍອີງໃສ່ລາຄານ້ຳມັນເຊື້ອໄຟໃນຕະຫຼາດ ໂລກ
10.  ອອກຄຳສັ່ງ ກ່ຽວກັບການຕິດຕາມ, ກວດກາ ແລະ ຄຸ້ມຄອງລາຄາສິນຄ້າຢູ່ບັນດາແຂວງ ໃນຂອບເຂດທົ່ວປະເທດ.
11.  ອອກແຈ້ງການ ກ່ຽວກັບການກຳນົດລາຄາ ຜ້າອັດປາກ-ດັງ ແຕ່ລະຊະນິດ ແລະ ອຳນວຍຄວາມສະດວກໃຫ້ແກ່ການນຳເຂົ້າສິນຄ້າທີ່ຈຳເປັນ ແລະ ຈັດສັ່ງຊື້ອຸປະກອນການແພດ ເພື່ອປ້ອງກັນພະຍາດ COVID-19 ໃຫ້ພຽງພໍ.
12.  ໄດ້ແນະນຳໃຫ້ບັນດາກະຊວງ ແລະ ຂະແໜງການ ທີ່ກ່ຽວຂ້ອງ ຄົ້ນຄວ້າຫລຸດລາຄາໄຟຟ້າ, ນໍ້າປະປາ, ຄ່າອິນເຕີເນັດ ແລະ ອື່ນໆ ເພື່ອຊ່ວຍພາກທຸລະກິດ ແລະ ພາກຄົວເຮືອນ ໃຫ້ສາມາດຫຼຸດຜ່ອນຄ່າໃຊ້ຈ່າຍລົງ.
13.  ໄດ້ມອບໝາຍໃຫ້ຂະແໜງການທີ່ກ່ຽວຂ້ອງ ຄົ້ນຄວ້າມາດຕະການທາງດ້ານສະຫວັດດີການ ຕໍ່ແຮງງານ ຈາກການຢຸດຈ້າງງານ ໃນຂະແໜງການທີ່ໄດ້ຮັບຜົນກະທົບ ຈາກການແຜ່ລະບາດຂອງພະຍາດ ໂຄວິດ 19 ຕາມຄວາມສາມາດຕົວຈິງ ແລະ ເລື່ອນການຊໍາລະຄ່າປະກັນສັງຄົມ ຂອງຫົວໜ່ວຍວິສາຫະກິດຈຳນວນໜຶ່ງ ທີ່ໄດ້ຮັບຜົນກະທົບ. 
14.  ລັດຖະບານໄດ້ຈັດສັນງົບປະມານຈຳນວນໜຶ່ງ ເພື່ອນຳໃຊ້ເຂົ້າໃນວຽກງານຄຸ້ມຄອງ ການແຜ່ລະບາດຂອງພະ ຍາດໂຄວິດ 19 ເພື່ອບໍ່ໃຫ້ແຜ່ລາມກວ້າງອອກໄປຕື່ມ. 
15.  ມອບໃຫ້ຂະແໜງການກ່ຽວຂ້ອງ ລະດົມທຶນຮອນຊ່ວຍເຫຼືອຈາກຄູ່ຮ່ວມພັດທະນາ, ພາກສ່ວນທຸລະກິດ ແລະ ທຸກພາກສ່ວນໃນສັງຄົມ. 
 
II. ມາດຕະການຈັດຕັ້ງປະຕິບັດໃນຕໍ່ໜ້າ
1. ລັດຖະບານ ຈະປັບປຸງຄາດໝາຍການຂະຫຍາຍຕົວເສດຖະກິດ ຫຼື GDP ຄືນໃໝ່ ເພື່ອໃຫ້ສອດຄ່ອງກັບສະພາບຄວາມເປັນຈິງໃນໄລຍະປະຈຸບັນ, ພ້ອມນັ້ນ ກໍ່ຈະປັບຫຼຸດຄາດໝາຍດ້ານເສດຖະກິດມະຫາພາກຈໍານວນໜຶ່ງເຊັ່ນ: ຄາດໝາຍດ້ານງົບປະມານ, ເງິນຕາ, ດຸນການຄ້າ, ແຫຼ່ງທຶນພັດທະນາ ແລະ ອື່ນໆ.
2. ເອົາໃຈໃສ່ຄຸ້ມຄອງອັດຕາເງິນເຟີ້ ໃຫ້ຢູ່ໃນລະດັບທີ່ເໝາະສົມ ໂດຍການຄຸ້ມຄອງລາຄາສິນຄ້າ, ເພີ່ມການສະໜອງການຜະລິດພາຍໃນ ໃຫ້ຫຼາຍຂຶ້ນ. 
3. ຄຸ້ມຄອງອັດຕາແລກປ່ຽນ ໃຫ້ມີສະຖຽນລະພາບ, ເລັ່ງສ້າງຄວາມເຊື່ອໝັ້ນ ແລະ ອໍານວຍຄວາມສະດວກໃຫ້ແກ່ນັກລົງທຶນຕ່າງປະເທດໃຫ້ຫຼາຍຂື້່ນ, ພ້ອມທັງ ຫຼຸດການນຳເຂົ້າສິນຄ້າບາງຊະນິດ ໂດຍສະເພາະ ສິນຄ້າຟຸມເຟືອຍທີ່ບໍ່ຈຳເປັນ ເພື່ອຊ່ວຍຮັກສາລະດັບຄັງສຳຮອງເງິນຕາ. 
4. ເອົາໃຈໃສ່ຮັກສາການຂາດດຸນງົບປະມານ ໃຫ້ໃກ້ຄຽງກັບລະດັບທີ່ສະພາແຫ່ງຊາດໄດ້ກຳນົດ ເຖິງແມ່ນວ່າຈະໄດ້ຜົນກະທົບຈາກການລະບາດພະຍາດໂຄວິດ 19 ກໍ່ຕາມ. 
5. ເລັ່ງຈັດເກັບປະເພດອາກອນທີ່ມີທ່າແຮງ ແລະ ບໍ່ໄດ້ຮັບຜົນກະທົບໂດຍກົງຈາກ ໂຄວິດ 19 ເປັນຕົ້ນ: ຂະ ຫຍາຍການເກັບອາກອນທີ່ດິນຜ່ານລະບົບທະນາຄານ, ລາຍຮັບວິຊາການ ແລະ ຄ່າທຳນຽມຕ່າງໆ ຜ່ານລະບົບທັນສະໄໝ, ຫັນຫົວໜ່ວຍທຸລະກິດ SME ທີ່ມີຄວາມພ້ອມຈໍານວນໜຶ່ງໃຫ້ຖືບັນຊີ ແລະ ເຂົ້າລະບົບຈ່າຍອາກອນຕາມລະບຽບການ. ກວດກາສາງສິນຄ້າ, ນໍ້າມັນເຊື້ອໄຟຂອງບໍລິສັດນຳເຂົ້າ ແລະ ສົ່ງອອກ ຢ່າງເຂັ້ມງວດ. ພ້ອມນັ້ນ ກໍ່ຕິດຕາມ-ກວດກາການເກັບລາຍຮັບ ຢ່າງເປັນປະຈໍາ. 
6. ຄຸ້ມຄອງດ້ານລາຍຈ່າຍງົບປະມານຢ່າງຮັດກຸມ ໂດຍຜັນຂະຫຍາຍຄຳສັ່ງເລກ 09/ນຍ ວ່າດ້ວຍການປະຢັດງົບປະມານລັດ ແລະ ຫຼຸດລາຍຈ່າຍ ພາກບໍລິຫານ ທີ່ບໍ່ຈຳເປັນລົງ. ພ້ອມດຽວກັນນັ້ນ ກໍເລື່ອນຈ່າຍບັນດາໂຄງການລົງທຶນໃໝ່ຂອງລັດໃນປີ 2020 ທີ່ສະພາຮອງຮັບແລ້ວ (ສະເພາະໂຄງການກໍ່ສ້າງພື້ນຖານໂຄງລ່າງ) ໄປໃນປີ 2021. ສືບຕໍ່ກວດກາໂຄງການລົງທຶນລັດ ທີ່ມີມູນຄ່າເກີນຕົວຈິງ ແລະ ບໍ່ມີປະສິດທິພາບເພື່ອສະເໜີໂຈະ ຫຼື ຫຼຸດມູນຄ່າລົງ. 
7. ແກ້ໄຂໜີ້ຕ່າງປະເທດ ແລະໜີ້ໂຄງການການລົງທຶນຂອງລັດ (ໜີ້ສາມແຈ, ໜີ້ພັນທະບັດ) ເປັນຕົ້ນ ລະດົມແຫຼ່ງທຶນທີ່ເໝາະສົມ ຈາກສະຖາບັນການເງິນສາກົນ, ຄູ່ຮ່ວມພັດທະນາ ແລະ ຜູ້ໃຫ້ທຶນຕ່າງໆ ລວມກັບປະເທດເພື່ອນມິດ, ຫັນໜີ້ເປັນການລົງທຶນ, ຂາຍຫຸ້ນຂອງລັດວິສາຫະກິດຈຳນວນໜຶ່ງ ເພື່ອຫຼຸດໜີ້ສິນຕ່າງປະເທດ, ຊຸກຍູ້ການປະຕິບັດໂຄງການລົງທຶນລັດທີ່ໃກ້ຈະສຳເລັດ ໃຫ້ສຳເລັດໄວ ເພື່ອນຳໃຊ້ເຂົ້າສູ່ການຜະລິດ ແລະ ບໍລິການໂດຍໄວ. 
8. ເລັ່ງປະຕິຮູບລັດວິສາຫະກິດ ທີ່ມີບັນຫາການເງິນໃນປະຈຸບັນ ເຊັ່ນ: ລັດວິສາຫະກິດໄຟຟ້າລາວ, ການບິນລາວ ແລະ ທະນາຄານລັດວິສາຫະກິດຈຳນວນໜຶ່ງ ໂດຍການຊອກຜູ້ຮ່ວມທຶນ ຫຼື ປ່ຽນກົນໄກການລົງທຶນແບບໃໝ່ ເພື່ອໃຫ້ບັນດາລັດວິສາຫະກິດເຫຼົ່ານັ້ນ ມີສະພາບການເງິນທີ່ດີຂຶ້ນ ແລະ ມີຜົນກຳໄລ.
9. ຊຸກຍູ້ສົ່ງເສີມການຜະລິດສິນຄ້າກະສິກຳຂອງປະຊາຊົນ ທີ່ໄດ້ຮັບຜົນກະທົບ ໂດຍຄົ້ນຄວ້າມາດຕະການອຸດໜູນດ້ານພາສີ-ອາກອນ, ຫຼຸດຜ່ອນຕົ້ນທຶນຕ່າງໆ ແລະ ເຈລະຈາກັບປະເທດສົ່ງອອກ ເພື່ອຮັບປະກັນດ້ານຕະຫຼາດ ແລະ ລາຄາ.  
10. ສູມໃສ່ແກ້ໄຂບັນຫາການຂົນສົ່ງສິນຄ້າ ຢູ່ພາຍໃນ ແລະ ໄປສູ່ຕະຫຼາດຕ່າງປະເທດ ໂດຍສະເພາະ ປະເທດເພື່ອນບ້ານ ໃຫ້ສະດວກໄວຂື້ນ, ເນື່ອງຈາກວ່າ ມາດຕະການກັກກັນຄົນຂອງແຕ່ລະປະເທດ ມີຄວາມເຂັ້ມງວດ ເຮັດໃຫ້ການຂົນສົ່ງສິນຄ້າ ມີຄວາມຊັກຊ້າ, ສະເໜີ ເພີ່ມເວລາການເປີດບໍລິການດ່ານສາກົນຕື່ມ ສຳລັບການຂົນສົ່ງ, ກຳນົດຈຸດຄ່ຽນຖ່າຍ, ຈັດກຽມຜູ້ຂັບຂີ່ ເພື່ອເຮັດການບໍລິການເຄື່ອນຍ້າຍລົດສິນຄ້າຢູ່ດ່ານສາກົນ ຈາກປະເທດໃກ້ຄຽງ ມາປະເທດຂອງພວກເຮົາ. ສຳລັບການຂົນສົ່ງ ເພີ່ມພະນັກງານປະຈຳການຕື່ມອີກ.
11. ເລັ່ງແກ້ໄຂຂອດຂັ້ນທີ່ຫຍຸ້ງຍາກໃນການດຳເນີນທຸລະກິດໃຫ້ໄດ້ດີຂື້້ນ ໄປຄ່ຽງຄູ່ກັບການຈັດຕັ້ງປະຕິບັດຄຳສັ່ງ ສະບັບເລກທີ 02 ແລະ 03 ຂອງນາຍົກລັດຖະມົນຕີ ໃຫ້ເຄັ່ງຄັດ, ໂດຍສະເພາະ ການລິເລີ່ມການດໍາເນີນທຸລະກິດ, ການອອກອະນຸຍາດຕ່າງໆ, ການບັງຄັບໃຊ້ລະບຽບກົດໝາຍ ແລະ ການບໍລິການປະຕູດຽວ ເພື່ອຊຸກຍູ້ ທັງໂຄງການລົງທຶນຕ່າງປະເທດ ແລະ ພາຍໃນ ທີ່ມີຢູ່ ແລະ ໂຄງການສະເໜີໃໝ່ ໃຫ້ໄດ້ຈັດຕັ້ງປະຕິບັດໄວໃນປີນີ້. ສ້າງເງື່ອນໄຂອຳນວຍຄວາມສະດວກພິເສດ ໃຫ້ໂຄງການລົງທຶນທີ່ໄດ້ຮັບຜົນກະທົບ ກັບຄືນສູ່ສະພາບເດີມໃຫ້ໄດ້ໄວທີ່ສຸດ. 
12. ເລັ່ງປ່ອຍສິນເຊື່ອໃຫ້ພາກ SME ບ້ວງທໍາອິດ ມູນຄ່າ 100 ຕື້ກີບ ໃຫ້ໄດ້ໄວ ພາຍຫຼັງທີ່ໄດ້ມີການເຊັນສັນຍາຮ່ວມກັບບັນດາທະນາຄານທຸລະກິດຕ່າງໆ, ພ້ອມນັ້ນ ກໍ່ເລັ່ງຊຸກຍູ້ໃນການປະຕິບັດບ້ວງເງິນ 100 ລ້ານໂດລາ ໃນ 300 ລ້ານໂດລາ ທີ່ຈະກູ້ຢືມຈາກທະນາຄານພັດທະນາຈີນ (CDB) ແລະ ແຫຼ່ງອື່ນໆ ເພື່ອຊ່ວຍບາງທຸລະກິດທີ່ໄດ້ຮັບຜົນກະທົບ ແລະ ຊຸກຍູ້ການຜະລິດພາຍໃນ. ພ້ອມກັນນີ້, ເລັ່ງຄົ້ນຄວ້າມາດຕະການຊ່ວຍພາກທຸລະກິດພາຍໃນ ເພີ່ມການຜະລິດຂື້ນ ອີງຕາມຂໍ້ຕົກລົງ ສະບັບເລກທີ 51/ນຍ.
ທັງໝົດນັ້ນ ແມ່ນບາງມາດຕະການທາງດ້ານເສດຖະກິດ ທີ່ລັດຖະບານ ໄດ້ກໍານົດອອກມາ ເພື່ອແກ້ໄຂຜົນກະທົບຈາກການລະບາດຂອງພະຍາດ ໂຄວິດ 19, ໂດຍມີຈຸດປະສົງ ຫຼຸດຜ່ອນຜົນກະທົບທີ່ກຳລັງເກີດຂື້ນຕໍ່ພາກທຸລະກິດ, ດ້ານລາຍຮັບຂອງງົບປະມານລັດ ແລະ ຕໍ່ການດຳລົງຊີວິດຂອງປະຊາຊົນບັນດາເຜົ່າ ເພື່ອຮັບປະກັນຊີວິດຂອງປະຊາຊົນລາວ ບໍ່ໃຫ້ມີຜົນກະທົບຫຼາຍ.  
ອີກເທື່ອໜຶ່ງ, ໃນນາມຕາງໜ້າຄະນະຮັບຜິດຊອບ, ຂ້າພະເຈົ້າ ຂໍຮຽກຮ້ອງໃຫ້ພົນລະເມືອງລາວທຸກຄົນ ພ້ອມດ້ວຍຊາວຕ່າງດ້າວ, ຜູ້ບໍ່ມີສັນຊາດ, ຊາວຕ່າງປະເທດ ທີ່ດຳລົງຊີວິດ ແລະ ທຳມາຫາກິນ ຢູ່ ສປປ ລາວ ຈົ່ງພ້ອມປະຕິບັດຢ່າງເຂັ້ມງວດ ຄຳສັ່ງເລກທີ 06/ນຍ, ໝາຍຄວາມວ່າ ພ້ອມກັນຢູ່ເຮືອນ, ກໍລະນີຈຳເປັນອອກ ໄປຂ້າງນອກ ຕ້ອງເວັ້ນໄລຍະຫ່າງ ຢ່າງໜ້ອຍ 2 ແມັດ, ໃສ່ຜ້າອັດປາກ-ອັດດັງ, ໝັ່ນລ້າງມືດ້ວຍສະບູ ຫຼື ນ້ຳຢາລ້າງມື, ບໍ່ແຜ່ເຊື້ອໃຫ້ຜູ້ອື່ນ ຖ້າຮູ້ວ່າຕົນເອງເປັນເປົ້າໝາຍສ່ຽງໃນການຕິດເຊື້ອ, ຫັນປ່ຽນການດຳລົງຊີວິດ, ການທຳມະຫາກິນ ແບບຊິນເຄີຍຜ່ານມາ ເປັນຕົ້ນ ການກິນ-ຢູ່-ດື່ມ; ສົ່ງເສີມການນຳໃຊ້ເຄື່ອງອຸປະໂພກ-ບໍລິໂພກ ທີ່ຜະລິດພາຍໃນ ໃຫ້ຫຼາຍຂຶ້ນ, ຫັນຈາກສັງຄົມທີ່ເຄີຍໃຊ້ຈ່າຍສະດວກສະບາຍ ຟຸມເຟືອຍ ມາສູ່ສັງຄົມສົ່ງເສີມການຜະລິດພາຍໃນ, ນຳໃຊ້ສິນຄ້າພາຍໃນ ຫຼາຍຂຶ້ນ ເພື່ອບໍ່ໃຫ້ເງິນຕາໄຫຼອອກຕ່າງປະເທດຄືຜ່ານມາ.
 

 

ດາວໂຫຼດ ໂປຣແກຣມມືຖື
ລະດົມທືນຊ່ວຍເຫຼືອ
ລັດຖະບານ
ກະຊວງ ສາທາລະນະສຸກ
ອົງການອານະໄມໂລກ