1532 1030 1841 1827 1517 1727 1955 1731 1591 1512 1291 1488 1385 1577 1165 1829 1129 1478 1070 1979 1274 1747 1971 1363 1029 1814 1677 1579 1362 1784 1219 1602 1778 1545 1039 1417 1195 1918 1428 1926 1455 1776 1975 1599 1501 1280 1670 1463 1805 1979 1695 1015 1959 1967 1859 1060 1141 1697 1940 1346 1839 1916 1264 1039 1487 1789 1814 1624 1759 1213 1303 1994 1770 1397 1061 1292 1395 1587 1806 1218 1275 1732 1495 1930 1273 1024 1723 1746 1724 1960 1988 1218 1269 1158 1992 1314 1487 1676 1957 ຖະແຫຼງຂ່າວຂອງໂຄສົກລັດຖະບານ ກ່ຽວກັບຜົນກອງປະຊຸມວຽກງານສຸກເສີນ ກ່ຽວກັບການແກ້ໄຂການແຜ່ລະບາດຂອງພະຍາດ ໂຄວິດ 19 ໃນ ສປປ ລາວ
ຖະແຫຼງຂ່າວຂອງໂຄສົກລັດຖະບານ ກ່ຽວກັບຜົນກອງປະຊຸມວຽກງານສຸກເສີນ ກ່ຽວກັບການແກ້ໄຂການແຜ່ລະບາດຂອງພະຍາດ ໂຄວິດ 19 ໃນ ສປປ ລາວ

29/03/2020

ຖະແຫຼງຂ່າວ ຜົນກອງປະຊຸມວຽກງານສຸກເສີນ ກ່ຽວກັບການແກ້ໄຂການແຜ່ລະບາດຂອງພະຍາດ ໂຄວິດ 19

ຜູ້ຂຽນ: ກົມປະຊາສຳພັນ, ພະແນກໂຄສະນາ

ວັນອາທິດ, 29 ມິ.ນ 2020 16:00

- ປະຊາຊົນລາວທີ່ນັບຖື ແລະ ຮັກແພງ.
      - ບັນດາສື່ມວນຊົນ ທັງຫຼາຍ.
 
      ມື້ນີ້ ຂ້າພະເຈົ້າ ໃນນາມໂຄສົກລັດຖະບານ ຂໍອະນຸຍາດແຈ້ງຜົນຂອງກອງປະຊຸມວຽກງານສຸກເສີນ ກ່ຽວກັບການແກ້ໄຂການແຜ່ລະບາດຂອງພະຍາດ ໂຄວິດ 19 ໃນ ສປປ ລາວ, ກອງປະຊຸມ ໄດ້ໄຂຂຶ້ນໃນຕອນເຊົ້າຂອງວັນທີ 28 ມີນາ 2020 ທີ່ສໍານັກງານນາຍົກລັດຖະມົນຕີ ພາຍໃຕ້ການເປັນປະທານຂອງ ທ່ານ ທອງລຸນ ສີສຸລິດ ນາຍົກລັດຖະມົນຕີ, ມີບັນດາທ່ານຮອງນາຍົກລັດຖະມົນຕີ ພ້ອມດ້ວຍ ສະມາຊິກລັດຖະບານຈໍານວນໜຶ່ງ ແລະ ຄະນະສະເພາະກິດແກ້ໄຂການແຜ່ລະບາດຂອງພະຍາດໂຄວິດ 19 ເຂົ້າຮ່ວມ.
      ກອງປະຊຸມ ໃນຄັ້ງນີ້ ໄດ້ພ້ອມກັນສຸມໃສ່ຄົ້ນຄວ້າ, ປຶກສາຫາລື, ປະກອບຄໍາເຫັນ ແລະ ເຫັນດີເປັນເອກະພາບ ຮັບຮອງເອົາຮ່າງຄໍາສັ່ງຂອງທ່ານນາຍົກລັດຖະມົນຕີ ວ່າດ້ວຍການເພີ່ມທະວີມາດຕະການສະກັດກັ້ນ, ກັນການລະບາດ, ຄວບຄຸມ ແລະ ກຽມຄວາມພ້ອມຮອບດ້ານ ເພື່ອຕ້ານພະຍາດໂຄວິດ 19 (COVID-19) ເພື່ອໃຫ້ທຸກຂະແໜງການທັງສູນກາງ ແລະ ທ້ອງຖິ່ນ, ພະນັກງານ, ລັດຖະກອນ, ທະຫານ, ຕໍາຫຼວດ, ກໍາມະກອນ, ນັກຮຽນ, ນັກສຶກສາ, ປະຊາຊົນລາວບັນດາເຜົ່າ, ຊາວຕ່າງດ້າວ, ຜູ້ບໍ່ມີສັນຊາດ, ນັກທຸລະກິດ ທັງພາກລັດ ແລະ ເອກະຊົນ ເປັນບ່ອນອີງຈັດຕັ້ງປະຕິບັດຕາມ ໂດຍມີເນື້ອໃນ ຄື:  
      1. ໃຫ້ກະຊວງ, ອົງການຂັ້ນສູນກາງ ແລະ ອົງການປົກຄອງທ້ອງຖິ່ນ ຈົ່ງສືບຕໍ່ເພີ່ມທະວີການໂຄສະນາເຜີຍແຜ່, ສຶກສາອົບຮົມ ຢ່າງກວ້າງຂວາງ ແລະ ເລິກເຊິ່ງ ດ້ວຍຫຼາຍຮູບແບບ ແລະ ວິທີການ ເພື່ອເຮັດໃຫ້ພົນລະເມືອງລາວ, ຊາວຕ່າງດ້າວ, ຜູ້ບໍ່ມີສັນຊາດ ແລະ ຊາວຕ່າງປະເທດ ທີ່ຢູ່ ສປປ ລາວ ເຫັນໄດ້ໄພອັນຕະລາຍຂອງພະຍາດ COVID-19, ຮູ້ຈັກວິທີສະກັດກັ້ນ, ກັນ ແລະ ຕ້ານພະຍາດນີ້ ດ້ວຍຕົນເອງ ພ້ອມທັງ ເຫັນໄດ້ຄວາມຈຳເປັນຂອງລັດຖະບານ ໃນການປະກາດໃຊ້ມາດຕະການຕ່າງໆຕໍ່ການສະກັດກັ້ນ, ປ້ອງກັນ, ຄວບຄຸມ ແລະ ຕ້ານການແຜ່ລະ ບາດຂອງພະຍາດດັ່ງກ່າວ ເພື່ອປົກປ້ອງ ສຸຂະພາບ ແລະ ຊີວິດ ຂອງປະຊາຊົນລາວ ແລະ ຄົນຕ່າງປະເທດ ຢູ່ ສປປ ລາວ. 
      2. ໃຫ້ພະນັກງານ, ລັດຖະກອນ ຢຸດການມາເຮັດວຽກຢູ່ຫ້ອງການ ແຕ່ວັນທີ 1-11 ເມສາ 2020 ແລະ ສືບຕໍ່ພັກບຸນປີໃໝ່ລາວ ຮອດວັນທີ 19 ເມສາ 2020, ຍົກເວັ້ນທະຫານ, ຕໍາຫຼວດ, ເຈົ້າໜ້າທີ່ດັບເພີງ, ພະນັກງານຮັບຜິດຊອບລະບົບການບໍລິການໄຟຟ້າ, ນ້ຳປະປາ ແລະ ການສື່ສານ, ແພດໝໍ, ອາສາສະໝັກ, ພະນັກງານ, ລັດຖະກອນ ຜູ້ທີ່ໄດ້ຮັບມອບໝາຍໃຫ້ປະຈໍາການ ແລະ ຜູ້ທີ່ເຮັດວຽກສະກັດກັ້ນ, ກັນການລະບາດ, ຄວບຄຸມ ແລະ ປິ່ນປົວ ຜູ້ຕິດເຊື້ອພະຍາດ. ໃຫ້ກະຊວງ, ອົງການຂັ້ນສູນກາງ ແລະ ອົງການປົກຄອງທ້ອງຖິ່ນ ໃນຂອບເຂດທົ່ວປະເທດ ຈັດຕັ້ງ ແລະ ແນະນໍາພະນັກງານທີ່ຢູ່ໃນຄວາມຮັບຜິດຊອບຂອງຕົນ ເຮັດວຽກທາງລັດຖະການ ຢູ່ເຮືອນ ຫຼື ທີ່ພັກອາໄສ ຜ່ານລະບົບການສື່ສານ, ອີເລັກໂຕຣນິກ ແລະ ເຄືອຂ່າຍອິນເຕີເນັດ ເຊັ່ນ: ໂທລະສັບ, ອີເມວ, ສື່ສັງຄົມອອນລາຍ ແລະ ລະບົບກອງປະຊຸມທາງໄກ, ແຕ່ຕ້ອງຈັດຕັ້ງຜູ້ປະຈຳການ, ເວນຍາມສຳນັກງານ, ອົງການ ຢ່າງເປັນປົກກະຕິ ໃຫ້ສາມາດປະສານໄດ້ໃນກໍລະນີມີວຽກຈຳເປັນ ເພື່ອປ້ອງກັນບໍ່ໃຫ້ເກີດເຫດຮ້າຍສ້າງຄວາມເສຍຫາຍຕ່າງໆ ຢ່າງເດັດຂາດ.
      3. ຫ້າມປະຊາຊົນ, ພະນັກງານ, ລັດຖະກອນ, ທະຫານ, ຕໍາຫຼວດ, ກໍາມະກອນ, ນັກຮຽນ, ນັກສຶກສາ, ຜູ້ປະກອບການ, ຊາວຕ່າງດ້າວ, ຜູ້ບໍ່ມີສັນຊາດ ແລະ ຊາວຕ່າງປະເທດ ທີ່ຢູ່ ສປປ ລາວ ອອກຈາກເຮືອນ ຫຼື ທີ່ພັກອາໄສຂອງຕົນ, ຍົກເວັ້ນກໍລະນີທີ່ຈຳເປັນ ເຊັ່ນ: ໄປຊື້ເຄື່ອງອຸປະໂພກ-ບໍລິໂພກ, ໄປໂຮງໝໍ, ໄປປະຕິບັດໜ້າທີ່ໃນກິດຈະການທີ່ລະບຸໄວ້ໃນຂໍ້ທີ 10 ຂອງຄໍາສັ່ງສະບັບນີ້ ແລະ ໄປປະຕິບັດໜ້າທີ່ຕາມການມອບໝາຍຂອງການຈັດຕັ້ງ. ສ່ວນຜູ້ທີ່ຈໍາເປັນຕ້ອງໄປທໍາການຜະລິດກະສິກໍາ ເພື່ອເປັນສະບຽງອາຫານ ກໍ່ສາມາດໄປໄດ້ ແຕ່ມອບໃຫ້ອຳນາດການປົກຄອງບ້ານ ເປັນຜູ້ກວດກາ ແລະ ຄຸ້ມຄອງ ດ້ານຈຳນວນ ແລະ ຂອບເຂດ ຢ່າງຮັດກຸມ ເພື່ອບໍ່ໃຫ້ມີຄວາມສ່ຽງຕໍ່ການລະບາດຂອງພະຍາດ.  
      4. ຫ້າມບຸກຄົນເດີນທາງໄປທ້ອງຖິ່ນອື່ນ ຫຼື ເຂດທີ່ມີການຕິດເຊື້ອ ຫຼື ເຂດທີ່ມີຄວາມສ່ຽງ ຍົກເວັ້ນຜູ້ທີ່ໄດ້ຮັບອະນຸຍາດຈາກອົງການປົກຄອງທ້ອງຖິ່ນທີ່ກ່ຽວຂ້ອງ ຍ້ອນເຫດຜົນຈຳເປັນເຊັ່ນ: ຂົນສົ່ງສິນຄ້າ, ໄປໂຮງໝໍ  ແຕ່ໃຫ້ຂະແໜງສາທາລະນະສຸກ ແລະ ເຈົ້າໜ້າທີ່ກ່ຽວຂ້ອງ ຕັ້ງດ່ານກວດສຸຂະພາບ, ກວດກາເອກະສານ ແລະ ເກັບກຳຂໍ້ມູນ ຢ່າງເຂັ້ມງວດ. ສໍາລັບການບໍລິການຂົນສົ່ງຜູ້ໂດຍສານ ກໍ່ໃຫ້ໂຈະການດຳເນີນກິດຈະການ ຊົ່ວຄາວ. 
      5. ຫ້າມກັກຕຸນ ແລະ ຂຶ້ນລາຄາສິນຄ້າ ທີ່ຈຳເປັນຕໍ່ການກັນການລະບາດ, ການອຸປະໂພກ ແລະ ບໍລິໂພກ ເປັນຕົ້ນ  ຜ້າປິດປາກ-ດັງ, ນ້ຳຢາລ້າງມື, ຢາປົວພະຍາດ, ອຸປະກອນການແພດ, ເຂົ້າ, ອາຫານ, ນ້ຳດື່ມ ແລະ ອື່ນໆ.  ໃຫ້ເຈົ້າໜ້າທີ່ກວດກາການຄ້າ ເອົາໃຈໃສ່ເປັນພິເສດໃນການຕິດຕາມກວດກາ ແລະ ຄຸ້ມຄອງລາຄາສິນຄ້າ. ພ້ອມ ກັນນີ້ ກໍ່ໃຫ້ສົມທົບກັບເຈົ້າໜ້າທີ່ຕຳຫຼວດ ດຳເນີນມາດຕະການປັບໄໝ ແລະ ລົງໂທດ ຕໍ່ຜູ້ລະເມີດຢ່າງເຂັ້ມງວດ. 
      6. ຫ້າມໂຄສະນາ, ເຜີຍແຜ່ ແລະ ສົ່ງຕໍ່ຂໍ້ມູນຂ່າວສານ ທີ່ບໍ່ມີມູນຄວາມຈິງ ໃນຮູບແບບໃດໜຶ່ງ ຜ່ານສື່ຕ່າງໆ ຊຶ່ງເຮັດໃຫ້ມີຄວາມເຂົ້າໃຈຜິດ, ສ້າງຄວາມແຕກຕື່ນ ແລະ ສົ່ງຜົນກະທົບໃນທາງລົບຕໍ່ສັງຄົມ. ໃຫ້ເຈົ້າໜ້າທີ່ກ່ຽວຂ້ອງເອົາໃຈໃສ່ຕິດຕາມ ແລະ ດໍາເນີນມາດຕະການຕໍ່ຜູ້ລະເມີດຢ່າງເຂັ້ມງວດ. 
      7. ຫ້າມຈັດກິດຈະກຳ, ປະຊຸມ ຫຼື ໂຮມຊຸມນຸມຕ່າງໆ ທີ່ມີຜູ້ເຂົ້າຮ່ວມ ຫຼາຍກວ່າ 10 ຄົນ ເປັນຕົ້ນ ງານບຸນປະເພນີ, ບຸນປີໃໝ່ລາວ, ກິດຈະກຳທາງສາສະໜາ, ງານດອງ ແລະ ງານລ້ຽງສັງສັນຕ່າງໆ; ກໍລະນີຈໍາເປັນຕ້ອງຈັດກິດຈະກຳ ຫຼື ໂຮມຊຸມນຸມເກີນກວ່າ 10 ຄົນ ເປັນຕົ້ນແມ່ນ ງານສົບ, ງານສົ່ງສະການ ແລະ ເຮັດບຸນແຈກທານ ແມ່ນໃຫ້ປະຕິບັດ ມາດຕະການປ້ອງກັນ ຕາມການແນະນຳຂອງຄະນະສະເພາະກິດ ເຊັ່ນ: ມີການກວດອຸນຫະພູມ,ແຕ່ລະຄົນຢູ່ຫ່າງກັນ ຢ່າງໜ້ອຍ 2 ແມັດ, ໃສ່ຜ້າປິດ ປາກ-ດັງ, ລ້າງມືໃສ່ສະບູ ຫຼື ນໍ່້າຢາຂ້າເຊື້ອ ຢ່າງເຂັ້ມງວດ. 
      8. ໃຫ້ສືບຕໍ່ປິດດ່ານປະເພນີ ແລະ ດ່ານທ້ອງຖິ່ນ ຢ່າງເຂັ້ມງວດເດັດຂາດ ແລະ ໃຫ້ປິດດ່ານສາກົນທັງໝົດ ສໍາລັບການເຂົ້າອອກຂອງບຸກຄົນ ລວມທັງຜູ້ທີ່ໄດ້ຮັບອະນຸຍາດແລ້ວ ແຕ່ບໍ່ທັນໄດ້ອອກ ຫຼື ເຂົ້າມາ. ສ່ວນພາຫະນະຂົນສົ່ງສິນຄ້າ ຂອງຜູ້ປະກອບການດ້ານການຂົນສົ່ງ ທີ່ໄດ້ຮັບອະນຸຍາດດຳເນີນທຸລະກິດ ຖືກຕ້ອງຕາມກົດໝາຍ ແລະ ລະບຽບການ ສາມາດເຂົ້າ-ອອກໄດ້, ແຕ່ຕ້ອງປະຕິບັດ ຕາມຂັ້ນຕອນ ແລະ ຄຳແນະນຳ ຂອງດ່ານສາກົນ ວາງອອກ. ໃຫ້ກະຊວງການຕ່າງປະເທດ ປະສານສົມທົບກັບພາກສ່ວນທີ່ກ່ຽວຂ້ອງ ອຳນວຍຄວາມສະດວກ ໃຫ້ແກ່ຊາວຕ່າງປະເທດ ທີ່ມີຈຸດປະສົງຢາກເດີນທາງກັບຄືນປະເທດຂອງຕົນ.
      9. ໃຫ້ສືບຕໍ່ປິດກິດຈະການຮ້ານບັນເທີງ, ຮ້ານຄາຣາໂອເກະ, ຮ້ານເບຍ, ຮ້ານບໍລິການນວດ ແລະ ສະປາທຸກປະເພດ, ສະຖານທີ່ອອກກຳລັງກາຍ ແລະ ຫຼີ້ນກິລາ, ຕະຫຼາດກາງຄືນ. ພ້ອມກັນນີ້, ກໍ່ໃຫ້ປິດໂຮງງານຕັດຫຍິບ, ໂຮງ ງານອື່ນໆ ແລະ ບັນດາໂຄງການໃຫຍ່ທີ່ີມີຄວາມສ່ຽງໃນການລະບາດ, ຍົກເວັ້ນ ໂຮງງານຜະລິດສິນຄ້າບໍລິໂພກ, ຢາປົວພະຍາດ, ເຄື່ອງປ້ອງກັນການລະບາດ ແລະ ອຸປະກອນການແພດ, ແຕ່ໃຫ້ມີການຄຸ້ມຄອງຕາມມາດຕະການປ້ອງກັນ ຂອງຄະນະສະເພາະກິດ ວາງອອກຢ່າງເຂັ້ມງວດ.  ໃຫ້ຜູ້ປະກອບການ ຂອງບັນດາໂຮງງານທີ່ປິດ ມີການຄຸ້ມຄອງແຮງງານໃຫ້ພັກຢູ່   ທີ່ພັກຂອງຕົນ ແລະ ປະຕິບັດນະໂຍບາຍສະຫວັດດີການ ໃຫ້ແກ່ແຮງງານເຫຼົ່ານັ້ນ ໃນໄລຍະພັກວຽກນີ້. 
      10. ອະນຸຍາດໃຫ້ສືບຕໍ່ດຳເນີນກິດຈະການທີ່ມີຄວາມຈຳເປັນ ເປັນຕົ້ນແມ່ນ  ທະນາຄານ, ສະຖາບັນການເງິນທີ່ບໍ່ແມ່ນທະນາຄານ, ຕະຫຼາດຫຼັກຊັບ, ບໍລິສັດຫຼັກຊັບ, ໂຮງໝໍ, ສູນການແພດ, ຮ້ານຂາຍຢາ,  ໜ່ວຍກູ້ໄພ, ກິດຈະການ ໄປສະນີ, ໂທລະຄົມມະນາຄົມ, ໄຟຟ້າ, ນໍ້າປະປາ, ການບໍລິການເກັບ ແລະ ຖິ້ມຂີ້ເຫຍື້ອ, ຕະຫຼາດກະສິກຳ, ຮ້ານ ຂາຍເຄື່ອງຍ່ອຍ, ຮ້ານຄ້າ (ຊຸບເປີມາເກັດ), ປໍ້ານໍ້າມັນ, ຮ້ານອາຫານ ແລະ ຮ້ານກາເຟ. ສໍາລັບໂຮງແຮມ, ຣີສອດ ໃຫ້ເປີດສະເພາະການໃຫ້ບໍລິການທີ່ພັກ ແລະ ຮ້ານອາຫານ. ສະຖານທີ່ ທີ່ອະນຸຍາດໃຫ້ເປີດນັ້ນ ຕ້ອງປະຕິບັດຕາມມາດຕະການປ້ອງກັນ ທີ່ຄະນະສະເພາະກິດ ວາງອອກຢ່າງເຂັ້ມງວດ, ພ້ອມທັງໃຫ້ຈັດຕັ້ງການຜັດປ່ຽນກັນມາເຮັດວຽກ ເພື່ອຫຼຸດຜ່ອນຄວາມແອອັດ.
      11. ໃຫ້ຄະນະສະເພາະກິດ  ເພີ່ມທະວີການປະຕິບັດບົດບາດ, ສິດ ແລະ ໜ້າທີ່ຂອງຕົນ ໃຫ້ມີປະສິດທິພາບ ແລະ ປະສິດທິຜົນສູງ. ເປັນໃຈກາງໃນການປະສານກັບທຸກພາກສ່ວນທີ່ກ່ຽວຂ້ອງ ຊີ້ນໍາ, ຕິດຕາມກວດກາ ແລະ ປະເມີນຜົນການຈັດຕັ້ງປະຕິບັດວຽກງານສະກັດກັ້ນ, ກັນ ແລະ ຄວບຄຸມການລະບາດ ພ້ອມທັງ ການປິ່ນປົວຜູ້ຕິດເຊື້ອ ແລະ ກຽມຄວາມພ້ອມໃນດ້ານຕ່າງໆ ໃຫ້ໄວ, ພຽງພໍ ແລະ ມີປະສິດຜົນສູງ. 
ວຽກທີ່ຈະຕ້ອງສຸມໃສ່ປະຕິບັດໃຫ້ສຳເລັດໃນໄລຍະຈັດຕັ້ງປະຕິບັດຄໍາສັ່ງສະບັບນີ້ ມີ: 1) ເພີ່ມຈໍານວນ ແລະ ຝຶກຊ້ອມບຸກຄະລາກອນທາງການແພດ, ອາສາສະໝັກ, ທະຫານ, ຕໍາຫຼວດ ແລະ ເຈົ້າໜ້າທີ່ກ່ຽວຂ້ອງ; 2)ສ້າງແຜນ, ຂັ້ນຕອນ ແລະ ລະບົບໃນການດໍາເນີນການກວດຫາຜູ້ສົງໄສຕິດເຊື້ອ ເພື່ອກັກກັນ, ແຍກປ່ຽວ ແລະ ປິ່ນປົວໃນກໍລະນີພົບຜູ້ຕິດເຊື້ອ; 3) ຈັດຫາວັດຖຸອຸປະກອນ, ເຄື່ອງມືທາງການແພດລວມທັງ ເຄື່ອງຊ່ວຍຫາຍໃຈ, ຢາປົວພະຍາດ ແລະ ເຄື່ອງປ້ອງກັນການຕິດເຊື້ອ ເພື່ອກັນການລະບາດ ແລະ ກວດຫາຜູ້ຕິດເຊື້ອ; 4) ດໍາເນີນການປັບປຸງສະຖານທີ່ ທີ່ໄດ້ກຳນົດໃຫ້ມີຄວາມພ້ອມໃນການກັກກັນ, ແຍກປ່ຽວ ແລະ ປິ່ນປົວ; 5) ສ້າງແຜນງົບປະມານ ເພື່ອຈັດຕັ້ງປະຕິບັດບັນດາວຽກງານທີ່ໄດ້ກຳນົດ ໃຫ້ມີປະສິດພາບ ແລະ ປະສິດທິຜົນ; 6) ປະສານສົມທົບກັບພາກສ່ວນກ່ຽວຂ້ອງ ທັງພາຍໃນ ແລະ ຕ່າງປະເທດ ເພື່ອລະດົມການຊ່ວຍເຫຼືອໃນດ້ານຕ່າງໆ ທີ່ຈຳເປັນ ເປັນຕົ້ນແມ່ນ ຊ່ຽວຊານ, ແພດໝໍ, ເຄື່ອງມືທາງການແພດ, ອຸປະກອນປ້ອງກັນການຕິດເຊື້ອ, ຊຸດກວດຫາເຊື້ອພະຍາດ, ຢາປົວພະຍາດ, ທຶນຮອນ ແລະ ດ້ານອື່ນໆ ທີ່ຈຳເປັນ.
ພ້ອມກັນນີ້, ໃຫ້ອອກມາດຕະການແນະນຳຢ່າງລະອຽດ ໃນຮູບແບບທີ່ເຂົ້າໃຈງ່າຍ ເພື່ອເຜີຍແຜ່ ຜ່ານສື່ ທາງການ ເປັນຕົ້ນແມ່ນ ຂ່າວສານປະເທດລາວ (ຂປລ), ໂທລະພາບແຫ່ງຊາດ, ວິທະຍຸກະຈາຍສຽງແຫ່ງຊາດ, ວຽງຈັນທາມ ແລະ ເວັບໄຊ www.COVID19.gov.la ເພື່ອໃຫ້ຂະແໜງການ ແລະ ອົງການປົກຄອງທ້ອງຖິ່ນ ນຳໄປເຜີຍແຜ່ ໃຫ້ທົ່ວເຖິງ, ພ້ອມທັງ ແນະນຳ ແລະ ປຸກລະດົມ ໃຫ້ທົ່ວສັງຄົມ ຕິດຕາມຂໍ້ມູນຂ່າວສານຜ່ານສື່ທາງການ ແລະ ມີສະຕິໃນການບໍລິໂພກຂໍ້ມູນຂ່າວສານ.
ໃຫ້ຄະນະສະເພາະກິດ ຕິດຕາມ, ສະຫຼຸບຕີລາຄາ ແລະ ລາຍງານ ສະພາບການ ແລະ ການຈັດຕັ້ງປະຕິບັດມາດຕະການຕ່າງໆ ທີ່ລັດຖະບານໄດ້ວາງອອກໃນໄລຍະຜ່ານມາ ແລະ ຄຳສັ່ງສະບັບນີ້ ໂດຍກົງ ແລະ ເປັນປົກກະຕິ ຕໍ່ທ່ານ ນາຍົກລັດຖະມົນຕີ ເພື່ອຊີ້ນຳບັນຊາ ໃຫ້ທັນກັບສະພາບການ. 
      12. ໃຫ້ອົງການປົກຄອງນະຄອນຫຼວງວຽຈັນ ແລະ ແຂວງ ໃນທົ່ວປະເທດ ຊີ້ນໍາບັນຊາພະແນກການ, ແນວລາວ ສ້າງຊາດ, ອົງການຈັດຕັ້ງມະຫາຊົນ, ອົງການປົກຄອງເມືອງ ແລະ ບ້ານ ທີ່ຂຶ້ນກັບຄວາມຮັບຜິດຊອບຂອງຕົນ ຈັດຕັ້ງປະຕິບັດບັນດາມາດຕະການທີ່ກຳນົດໃນຄໍາສັ່ງສະບັບນີ້, ພ້ອມທັງໃຫ້ຈັດຕັ້ງໜ່ວຍງານ ຫຼື ເຈົ້າໜ້າທີ່ເຝົ້າລະວັງ ແລະ ຕິດຕາມກວດກາ ການກັກກັນຕົນເອງ ຂອງແຮງງານທີ່ມາຈາກຕ່າງປະເທດ, ລວມທັງຜູ້ທີ່ສຳພັດ ແລະ ໃກ້ຊິດກັບຜູ້ທີ່ຕິດເຊື້ອພະຍາດ, ກວດກາພາຍໃນບໍລິເວນບ້ານ ບໍ່ໃຫ້ມີການຊຸມນຸມ, ການຈັດງານສັງສັນ, ການມົ້ວສຸມ ທີ່ພາໃຫ້ມີຄວາມສ່ຽງ ຕໍ່ການຕິດເຊື້ອ ແລະ ເພື່ອຮັບປະກັນຄວາມສະຫງົບປອດໄພ; ພ້ອມທັງປະສານສົມທົບ ກັບພາກສ່ວນທີ່ກ່ຽວຂ້ອງ ເຜີຍແຜ່ຂໍ້ມູນກ່ຽວກັບການປ້ອງກັນຕົນເອງຈາກພະຍາດດັ່ງກ່າວ ແລະ ແຈ້ງເບີໂທລະ ສັບຕິດຕໍ່ (ສາຍດ່ວນ) ໃນກໍລະນີຕ້ອງການຄວາມຊ່ວຍເຫຼືອ.
      13. ໃຫ້ກະຊວງແຜນການ ແລະ ການລົງທຶນ ສົມທົບກັບ ກະຊວງການເງິນ, ກະຊວງອຸດສາຫະກຳ ແລະ ການຄ້າ, ທະນາຄານແຫ່ງ ສປປ ລາວ, ສະພາການຄ້າ ແລະ ອຸດສາຫະກຳແຫ່ງຊາດລາວ, ຜູ້ປະກອບການ ແລະ ພາກສ່ວນກ່ຽວຂ້ອງ ປະເມີນຜົນກະທົບຕໍ່ພາກທຸລະກິດ ແລ້ວຄົ້ນຄວ້ານະໂຍບາຍດ້ານພາສີ-ອາກອນ, ສິນເຊື່ອທະນາຄານ ແລະ ນະໂຍບາຍອື່ນໆ ທີ່ຈຳເປັນ.  ພ້ອມກັນນັ້ນ ໃຫ້ກະຊວງແຮງງານ ແລະ ສະຫວັດດີການສັງຄົມ ສົມທົບກັບພາກສ່ວນທີ່ກ່ຽວຂ້ອງ ຄົ້ນຄວ້ານະໂຍບາຍດ້ານແຮງງານ ແລະ ສະຫວັດດີການສັງຄົມ ຕໍ່ຜູ້ໄດ້ຮັບຜົນກະທົບຕາມບົດບາດ, ໜ້າທີ່ ໂດຍສອດຄ່ອງກັບກົດໝາຍ ແລະ ລະບຽບການ ແລ້ວສະເໜີລັດຖະບານ ພິຈາລະນາດ່ວນ.
      14. ໃຫ້ກຳລັງປ້ອງກັນຊາດ, ປ້ອງກັນຄວາມສະຫງົບ, ຄະນະສະເພາະກິດ,  ຂະແໜງການ, ອົງການປົກຄອງທ້ອງຖິ່ນ ແລະ ທຸກພາກສ່ວນໃນສັງຄົມ ພ້ອມກັນເປັນເຈົ້າການຕິດຕາມກວດກາ, ຮັກສາຄວາມສະຫງົບ, ຮັກສາຄວາມເປັນລະບຽບຮຽບຮ້ອຍໃນສັງຄົມ ແລະ ຈັດຕັ້ງປະຕິບັດ ມາດຕະການທີ່ໄດ້ກຳນົດໃນຄໍາສັ່ງສະບັບນີ້ ຢ່າງເຂັ້ມງວດ. ຖ້າມີການລະເມີດ ຕໍ່ຄໍາສັ່ງສະບັບນີ້ ແມ່ນໃຫ້ເຈົ້າໜ້າທີ່ປ້ອງກັນຄວາມສະຫງົບ ແລະ ເຈົ້າໜ້າທີ່ກ່ຽວຂ້ອງ ດໍາເນີນມາດຕະການຕາມກົດໝາຍ ແລະ ລະບຽບການ ຢ່າງເຂັ້ມງວດ. 
      15. ໃຫ້ທຸກກະຊວງ, ອົງການຂັ້ນສູນກາງ, ອົງການປົກຄອງທ້ອງຖິ່ນ ແລະ ທຸກພາກສ່ວນ ປະຕິບັດຄຳສັ່ງສະບັບນີ້ຢ່າງເຂັ້ມງວດ ຕາມບົດບາດ, ໜ້າທີ່ຂອງຕົນ. 
ການເພີ່ມທະວີມາດຕະການໃນການສະກັດກັ້ນ ແລະ ກັນການລະບາດຂອງພະຍາດ ໂຄວິດ 19, ຈະມີຜົນກະ ທົບ ຕໍ່ການເຄື່ອນໄຫວ, ການດຳເນີນທຸລະກິດ ແລະ ຊີວິດການເປັນຢູ່ ຂອງທຸກພາກສ່ວນໃນສັງຄົມ, ແຕ່ເພື່ອປົກປ້ອງຊີວິດ, ສຸຂະພາບຂອງປະຊາຊົນ ແລະ ຄວາມໝັ້ນຄົງຂອງຊາດ, ລັດຖະບານ ຈຶ່ງຈຳເປັນຕ້ອງປະກາດໃຊ້ຄຳສັ່ງສະບັບນີ້ ແລະ ຮຽກຮ້ອງໃຫ້ທຸກພາກສ່ວນໃນທົ່ວສັງຄົມ ຕື່ນຕົວ, ເປັນເຈົ້າການ, ເສຍສະຫຼະ ແລະ ພ້ອມກັນປະຕິບັດຢ່າງເຂັ້ມງວດ.
      16. ໃນການຈັດຕັ້ງປະຕິບັດຕົວຈິງ, ຖ້າມີຄວາມຈໍາເປັນ ກໍ່ມອບໃຫ້ຄະນະສະເພາະກິດ ຫຼື ຂະແໜງການ ຫຼື ອົງການປົກຄອງທ້ອງຖິ່ນ ເປັນຜູ້ອອກນິຕິກຳ ແນະນຳລະອຽດ ຕາມບົດບາດ, ໜ້າທີ່ ແລະ ຂອບເຂດສິດຂອງຕົນ. 
      17. ລັດຖະບານ ຍິນດີຮັບຟັງຄໍາຄິດເຫັນ ແລະ ຂໍ້ສະເໜີທີ່ສ້າງສັນຂອງທຸກພາກສ່ວນໃນສັງຄົມ ເພື່ອຄົ້ນຄວ້າ ແລະ ພິຈາລະນາ ຢ່າງສົມເຫດສົມຜົນ. 
      18. ຄໍາສັ່ງສະບັບນີ້ ມີຜົນສັກສິດ ນັບແຕ່ວັນທີ 30 ມີນາ ຫາ ວັນທີ 19 ເມສາ 2020. ໃນກໍລະນີມີການປ່ຽນແປງ ລັດຖະບານ ຈະແຈ້ງໃຫ້ຊາບຕື່ມ ເປັນແຕ່ລະໄລຍະ.
 


ແຫຼ່ງ: ຫ້ອງວ່າການສໍານັກງານນາຍົກລັດຖະມົນຕີ

 

ດາວໂຫຼດ ໂປຣແກຣມມືຖື
ລະດົມທືນຊ່ວຍເຫຼືອ
ລັດຖະບານ
ກະຊວງ ສາທາລະນະສຸກ
ອົງການອານະໄມໂລກ