ລັດຖະບານ ຮຽກຮ້ອງໃຫ້ປະຕິບັດ 6 ມາດຕະການເພີ່ມເຕີມ ແກ້ໄຂການແຜ່ລະບາດຂອງ ໂຄວິດ-19
26/03/2020
ລັດຖະບານ ຮຽກຮ້ອງໃຫ້ປະຕິບັດ 6 ມາດຕະການເພີ່ມເຕີມ ແກ້ໄຂການແຜ່ລະບາດຂອງໂຄວິດ 19
ຜູ້ຂຽນ: ພະແນກໂຄສະນາ, ກົມປະຊາສຳພັນ
ວັນພຸດ, 25 ມິ.ນ 2020 18:00
ໃນວັນທີ 25 ມີນາ 2020 ທີ່ສໍານັກງານນາຍົກລັດຖະມົນຕີ, ທ່ານ ທອງລຸນ ສີສຸລິດ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ພ້ອມຄະນະສະເພາະກິດແກ້ໄຂການແຜ່ລະບາດຂອງພະຍາດໂຄວິດ 19 ໄດ້ຖະແຫຼງຂ່າວຕໍ່ສື່ມວນຊົນ ກ່ຽວກັບການລະບາດຂອງເຊື້ອພະຍາດໂຄວິດ-19 ທີ່ໄດ້ມີການກວດພົບເຫັນມີຜູ້ຕິດເຊື້ອ 2 ຄົນ ໃນລາວ, ໃນນີ້ ທ່ານນາຍົກລັດຖະມົນຕີ ໄດ້ກ່າວວ່າ: ປະຈຸບັນ ສະພາບການແຜ່ລະບາດ ຂອງເຊື້ອພະຍາດ COVID-19 ໃນຫຼາຍປະເທດເປັນວົງກວ້າງ, ປະເທດລາວ ກໍ່ມີຜູ້ຕິດເຊື້ອແລ້ວ 2 ຄົນ, ໄດ້ມີການຫຼັ່ງໄຫຼຂອງແຮງງານລາວ ເຂົ້າມາຈາກຕ່າງປະເທດ ເປັນຈຳນວນຫຼວງຫຼາຍ, ບັນດາແຂວງ ກໍໄດ້ມີມາດຕະການຮັບມື. ແຕ່ພວກເຮົາ ບໍ່ສາມາດຄວບຄຸມຕາມຫຼັກການລະບຽບການໄດ້. ພະຍາດອາດແຜ່ຂະຫຍາຍ ບໍ່ສະເພາະແຕ່ທີ່ຕິດພັນກັບ 2 ຄົນ ແຕ່ອາດມີຫຼາຍກວ່ານັ້ນ. ສະນັ້ນ ນັບແຕ່ນີ້ຕໍ່ໄປ ຍ້ອນພວກເຮົາກຳລັງຢູ່ໃນສະຖານະການທີ່ຫຼໍ່ແຫຼມ, ພວກເຮົາ ຕ້ອງໄດ້ປະຕິບັດບັນດາມາດຕະການທີ່ລັດຖະບານວາງອອກຢ່າງເຂັ້ມງວດກວ່າເກົ່າ ແລະ ຮຽກຮ້ອງໃຫ້ປະຕິບັດບັນດາມາດຕະການເພີ່ມເຕີມ ທີ່ເຂັ້ມງວດຕື່ມ ຄື:
1. ໃຫ້ຜູ້ທີ່ມາຈາກຕ່າງປະເທດ ກັກຕົວເອງຢູ່ເຮືອນຂອງຕົນ ຫຼື ບ້ານທີ່ໄດ້ຖືກສົ່ງໄປນັ້ນ ເປັນເວລາ 14 ວັນ, ຖ້າມີອາການຜິດປົກກະຕິ ໃຫ້ລາຍງານແພດ ທັນທີ, ແພດຈະດຳເນີນມາດຕະການ ສົ່ງໄປກວດ, ໄປກັກຕົວ ຫຼື ຖ້າພົບວ່າຕິດເຊື້ອ ຈະນຳໄປປິ່ນປົວຢູ່ໂຮງໝໍຢ່າງທັນການ ເພື່ອຮັບປະກັນບໍ່ໃຫ້ແຜ່ເຊື້ອໃຫ້ຄົນອື່ນ. ມອບໃຫ້ອຳນາດການປົກຄອງ, ຄະນະພັກຂອງບ້ານ ຮັບຜິດຊອບໂດຍກົງ ໂດຍປຸກລະດົມທຸກກຳລັງແຮງຂອງອົງການຈັດຕັ້ງມະຫາຊົນ, ກອງຫຼອນບ້ານ ເພື່ອຄຸ້ມຄອງໃຫ້ເປັນລະບຽບ,
2. ໃຫ້ປະຕິບັດຫຼັກການປ້ອງກັນຕົວເອງຕາມທີ່ແພດ ໄດ້ແນະນຳ (ລ້າງມືໃຫ້ສະອາດດ້ວຍຢາຂ້າເຊື້ອ, ໃສ່ຜ້າອັດ ປາກອັດດັງ ແລະ ຫຼັກການອະນາໄມອື່ນໆ) ໃຫ້ເຂັ້ມງວດ, ແລະ ໃຫ້ມີການກວດກາ. ລັດຖະບານ ໄດ້ຈັດທີມແພດໄປຫາແຕ່ລະບ້ານແຕ່ລະເມືອງແລ້ວ.
3. ໃຫ້ທຸກພາກສ່ວນ ທັງສູນກາງ ແລະ ທ້ອງຖິ່ນ ຄົ້ນຄວ້າພາຍໃນກ່ຽວກັບການເຄື່ອນໄຫວປະຕິບັດວຽກງານ ຂອງສຳນັກງານ-ອົງການຕົນ, ຢຸດຕິການປະຊຸມໃຫ້ປຶກສາຫາລືຜ່ານທາງໂທລະສັບ ຫຼື ຜ່ານລະບົບອອນລາຍ, ເຮັດວຽກ ໃຫ້ມີໄລຍະຫ່າງຈາກກັນ, ຖ້າມີຄວາມສາມາດເຮັດວຽກທາງໄກຢູ່ເຮືອນ (ເຮັດວຽກຜ່ານອອນລາຍ) ກໍ່ໃຫ້ເຮັດວຽກ ຢູ່ເຮືອນ, ບໍ່ໃຫ້ມີການຊຸມນຸມ ຫຼື ຈັດກອງປະຊຸມໃນໄລຍະນີ້. ສຳລັບການຈັດງານດອງ, ງານບຸນປະເພນີຕ່າງໆ ໄດ້ຫ້າມແລ້ວ, ສ່ວນງານສົບ ກໍ່ຄວນຈຳກັດທີ່ສຸດ. ນອກຈາກນັ້ນ ການເດີນທາງລະຫວ່າງ ເມືອງຕໍ່ເມືອງ, ບ້ານຕໍ່ບ້ານ, ສຳນັກງານອົງການ ກໍ່ຂໍໃຫ້ຫຼຸດຜ່ອນ.
4. ຖ້າພົບເຫັນມີອາການຜິດປົກກະຕິ ໃຫ້ແຈ້ງຕໍ່ແພດ ຫຼື ອາສາສະມັກບ້ານໂດຍໄວ ແລ້ວແພດຈະເຂົ້າໄປກວດ ແລະ ໃຫ້ການຊ່ວຍເຫຼືອ.
5. ໃຫ້ຄະນະສະເພາະກິດອອກຂໍ້ກຳນົດຕື່ມອີກໃຫ້ເປັນອັນລະອຽດໂດຍແຈ້ງໃຫ້ທຸກພາກສ່ວນ, ທຸກຄົນໃນສັງຄົມຈັດຕັ້ງປະຕິບັດຢ່າງເຄັ່ງຄັດ ເພື່ອປົກປັກຮັກສາສຸຂະພາບ ແລະ ຊີວິດຂອງປະຊາຊົນເຮົາທຸກຖ້ວນໜ້າ ແລະ ບໍ່ໃຫ້ພະຍາດໂຄວິດ 19 ແຜ່ລາມອອກໄປ. ທຸກພາກສ່ວນໃນສັງຄົມ ຂໍໃຫ້ປະຕິບັດຢ່າງເຄັ່ງຄັດ. ສະພາບປະຈຸບັນບໍ່ປົກກະຕິ, ພວກເຮົາຢູ່ໃນສະພາບສຸກເສີນ. ຖ້າສະຖານະການຂະຫຍາຍຕົວໄປແນວດ, ລັດຖະບານຈະເບິ່ງສະພາບຕົວຈິງອາດມີການອອກມາດຕະການເຄັ່ງຄັດກວ່ານີ້ຕື່ມອີກເພື່ອສູ້ກັບ ໂຄວິດ 19. ພວກເຮົາຈະບໍ່ປ່ອຍໃຫ້ມີຜູ້ລະເມີດລະບຽບກົດໝາຍ ແລະ ມາດຕະການຕ່າງໆ. ໃນໄລຍະທີ່ຢຸດພັກຮຽນ, ໃຫ້ພໍ່ແມ່ຜູ້ປົກຄອງເອົາໃຈໃສ່ຄຸ້ມຄອງລູກຫຼານ, ນັກຮຽນ, ນັກສຶກສາທີ່ຢູ່ບ້ານ ໃຫ້ດີ. ລັດຖະບານຈະໄດ້ເບິ່ງກ່ຽວກັບໂຮງຈັກໂຮງງານຕື່ມ, ຖ້າມີການລະບາດ ຈະມີມາດຕະການຕື່ມອີກ.
6. ພວກເຮົາຕ້ອງມີສະຕິ, ຂໍໃຫ້ປະຊາຊົນມີຄວາມທຸ່ນທ່ຽງ, ບໍ່ແຕກຕື່ນບໍ່ວິຕົກກັນວົນຈົນເກີນໄປ ແລະ ບໍ່ໃຫ້ ປະໝາດ, ພວກເຮົາ ຈະສູ້ກັບ ພະຍາດໂຄວິດ 19 ນີ້ໃຫ້ໄດ້. ສໍາຄັນແມ່ນພວກເຮົາໝົດທຸກຄົນພາຍໃນຊາດ ຕ້ອງຮ່ວມແຮງຮ່ວມໃຈກັນ ຕໍ່ສູ້ກັບສິ່ງທີ່ເກີດຂຶ້ນ, ພວກເຮົາຈະປິ່ນປົວໃຫ້ໄດ້ ເພາະເຮົາມີບົດຮຽນຈາກປະເທດເພື່ອນມິດ ແລະ ຈະຮ່ວມມືກັບບັນດາປະເທດເພື່ອນມິດ ຊຶ່ງມີຄວາມຍິນດີໃຫ້ການຮ່ວມມືກັບພວກເຮົາ ເພື່ອຜ່ານຜ່າວິກິດນີ້.
ໃນຕອນທ້າຍ, ທ່ານ ນາຍົກລັດຖະມົນຕີ ຍັງໄດ້ມີຄຳເຫັນຕໍ່ຄຳຖາມຂອງສື່ມວນຊົນ ເປັນຕົ້ນ ມາດຕະການ ຕໍ່ຜູ້ທີ່ອອກຂ່າວທີ່ບໍ່ມີຄວາມຈິງ ຫຼື ປ່ອຍຂ່າວລືຈະຖືກດຳເນີນມາດຕະການທາງກົດໝາຍ ຢ່າງເຂັ້ມງວດ; ການກຽມ ຄວາມພ້ອມໃນກໍລະນີມີການລະບາດຫຼາຍ ຊຶ່ງລັດຖະບານກໍ່ໄດ້ກຽມຮັບມືຢ່າງສຸດຄວາມສາມາດ, ການພົວພັນຮ່ວມມືກັບປະເທດເພື່ອນມິດ ແລະ ການຊ່ວຍເຫຼືອຈຳນວນໜຶ່ງ ໄດ້ສົ່ງມາແລ້ວ, ນອກຈາກນີ້ ລັດຖະບານພວມດຳເນີນການປຶກສາຫາລື ເພື່ອຊ່ວຍເຫຼືອຜູ້ທີ່ໄດ້ຮັບຜົນກະທົບທາງດ້ານເສດຖະກິດຂອງເຊື້ອໄວລັດ ໂຄວິດ 19 ໂດຍຈະພິຈາລະນາຊ່ວຍເຫຼືອຫຼາຍດ້ານ ແລະ ຈະປະກາດໃນໄວໆນີ້.
ແຫຼ່ງ: ຫ້ອງວ່າການສໍານັກງານນາຍົກລັດຖະມົນຕີ http://laogov.gov.la/activities/pages/press.aspx?ItemID=138&CateID=0