1414 1873 1016 1705 1020 1403 1739 1985 1864 1685 1336 1235 1270 1971 1176 1850 1032 1778 1143 1437 1611 1640 1773 1831 1232 1789 1070 1160 1055 1536 1795 1518 1431 1137 1807 1304 1848 1696 1493 1797 1910 1340 1915 1361 1863 1973 1654 1236 1714 1444 1279 1583 1455 1576 1175 1777 1374 1961 1433 1270 1909 1569 1596 1021 1452 1869 1722 1949 1489 1855 1919 1222 1389 1495 1865 1462 1980 1955 1167 1687 1787 1766 1668 1231 1317 1466 1945 1589 1559 1914 1750 1953 1461 1882 1203 1367 1711 1410 1287 ທ່ານນາຍົກ ລົງຕິດຕາມກວດກາການປະຕິບັດມາດຕະການປ້ອງກັນ ແລະ ແກ້ໄຂ ການແຜ່ລະບາດ COVID-19
ທ່ານນາຍົກ ລົງຕິດຕາມກວດກາການປະຕິບັດມາດຕະການປ້ອງກັນ ແລະ ແກ້ໄຂ ການແຜ່ລະບາດ COVID-19

26/03/2020

ເພື່ອສືບຕໍ່ຕິດຕາມກວດກາ, ຊຸກຍູ້ ແລະ ປະເມີນຄືນ ການຈັດຕັ້ງປະຕິບັດ ບັນດາມາດຕະການທີ່ລັດຖະບານວາງອອກ ໃນການປ້ອງກັນ, ຄວບຄຸມ ແລະ ຕອບໂຕ້ ການແຜ່ລະບາດ ຂອງເຊື້ອພະຍາດ COVID-19 ມີຄວາມຮັບປະກັນ ແລະ ໄດ້ຮັບຜົນຄືແນວໃດ, ໃນຕອນເຊົ້າ ຂອງວັນທີ 26 ມີນາ 2019 ທ່ານ ນາຍົກລັດຖະມົນຕີ, ທອງລຸນ ສີສຸລິດ, ພ້ອມດ້ວຍຄະນະສະເພາະກິດ ໄດ້ໄປຢ້ຽມ ຢາມ ແລະ ກວດກາເບິ່ງສະພາບຄວາມເປັນຈິງ ໃນການປະຕິບັດຫນ້າທີ່ ຂອງພາກສ່ວນທີ່ກ່ຽວຂ້ອງ ກໍ່ຄື ກົນໄກການປະຕິບັດວຽກງານ, ລວມທັງ ໂຄງລ່າງພື້ນຖານ, ເຕັກນິກ ແລະ ອຸປະກອນຮັບໃຊ້ຕ່າງໆ ຢູ່ດ່ານສາກົນຂົວມິດຕະພາບ ລາວ-ໄທ ແຫ່ງທີ 3 ຄໍາມ່ວນ-ນະຄອນພະນົມ ໃນການຮອງຮັບຜູ້ຄົນເຂົ້າດ່ານສາກົນດັ່ງກ່າວ. ພ້ອມທັງໄປຢ້ຽມຢາມສູນກັກບໍລິເວນຊົ່ວຄາວ ໂຮງຮຽນມັດທະຍົມຕົ້ນນາໂບ, ເມືອງທ່າແຂກ, ແຂວງຄຳມ່ວນ.
ຢູ່ດ່ານສາກົນ ຂົວມິດຕະພາບ ລາວ-ໄທ ແຫ່ງທີ 3 ນີ້ ນັບແຕ່ວັນທີ 20 ຫາ 25 ມີນາ 2020 ມີຄົນເຂົ້າຜ່ານດ່ານທັງໝົດ 7.300 ກວ່າຄົນ, ໃນນັ້ນ ມີຄົນຫວຽດນາມ 2.008 ຄົນ, ຄົນລາວ 4.072 ຄົນ, ຄົນໄທ 1.230 ຄົນ, ຄົນຈີນ 4 ຄົນ. ສຳລັບຄົນລາວທີ່ເຂົ້າມານັ້ນ ແມ່ນຢູ່ແຂວງຄຳມ່ວນ ມີຈຳນວນ 3.993 ຄົນ, ບໍລິຄຳໄຊ 41 ຄົນ, ສະຫວັນນະເຂດ 33 ຄົນ, ຈຳປາສັກ ແລະ ນະຄອນຫຼວງວຽງຈັນ ພາກສ່ວນລະ 2 ຄົນ ແລະ ໄຊຍະບູລີ 1 ຄົນ. ຕໍ່ກັບຄົນທີ່ເຂົ້າຜ່ານດ່ານດັ່ງກ່າວ ແມ່ນໄດ້ມີການກວດສຸຂະພາບ, ຖ້າພົບກໍລະນີສົງໄສ ແມ່ນສົ່ງໄປຕິດຕາມອາການ ຢູ່ຫ້ອງແຍກປ່ຽວໂຮງໝໍແຂວງ, ສ່ວນຜູ້ທີ່ບໍ່ມີໄຂ້ ແຕ່ເດີນທາງເຂົ້າມາ ແມ່ນເຈົ້າໜ້າທີ່ ໄດ້ນຳເຂົ້າໄປກັກກັນ ຢູ່ຕາມສູນຕ່າງໆ ຂອງບັນດາເມືອງ ໃນຈຳນວນ 78 ສູນ ໃນທົ່ວແຂວງ, ສ່ວນຄົນຫວຽດນາມ ແມ່ນໄດ້ກວດສຸຂະພາບ ແລະ ສົ່ງຕໍ່ເດີນທາງກັບປະເທດ. ຜ່ານມາ ໄດ້ເກັບຕົວຜູ້ທີ່ໄດ້ເຂົ້າກັບນິຍາມ ເຊື້ອພະຍາດ COVID-19 ຈໍານວນ 4 ກໍລະນີ, ຜົນໄດ້ຮັບ 3 ກໍລະນີ ບໍ່ພົບເຊື້ອ ແລະ ອີກ 1 ຕົວຢ່າງ ຍັງລໍຖ້າຜົນກວດ, ຊຶ່ງມາຮອດປະຈຸ ບັນ ທົ່ວແຂວງຄຳມ່ວນ ຍັງບໍ່ພົບກໍລະນີຜູ້ຕິດເຊື້ອ COVID-19 ເທື່ອ.
                            
ໃນໂອກາດນີ້, ທ່ານນາຍົກລັດຖະມົນຕີ ໄດ້ສະແດງຄວາມຊົມເຊີຍ ແລະ ຊີ້ນຳໃຫ້ເຈົ້າໜ້າທີ່, ພະນັກງານແພດໝໍ ແລະ ພາກສ່ວນທີ່ກ່ຽວຂ້ອງ ເພີ່ມທະວີເອົາໃຈໃສ່ປະຕິບັດມາດຕະການຕ່າງໆ ກໍ່ຄື ໜ້າທີ່ ແລະ ຄວາມຮັບຜິດຊອບຂອງຕົນ ຢ່າງເຂັ້ມງວດ, ພ້ອມທັງ ຮຽກຮ້ອງໃຫ້ຜູ້ທີ່ຜ່ານດ່ານສາກົນ ຂົວມິດຕະພາບ ລາວ-ໄທ ແຫ່ງທີ 3 ແລະ ຜູ້ທີ່ຢູ່ສູນກັກບໍລິເວນຊົ່ວຄາວ ໂຮງຮຽນມັດທະຍົມຕົ້ນນາໂບ ຈົ່ງພ້ອມກັນອົດທົນເຝົ້າລະວັງ ແລະ ຕິດຕາມອາການຂອງຕົນ ຕາມລະບຽບຫຼັກການ 14 ວັນ, ສິ່ງສຳຄັນແມ່ນຄວາມເປັນເຈົ້າການ ໃຫ້ການຮ່ວມມືກັບເຈົ້າໜ້າທີ່, ເຫັນແກ່ຜົນປະໂຫຍດສ່ວນລວມ, ມີຄວາມຮັບຜິດຊອບຕໍ່ຕົນເອງ, ຄອບຄົວ ແລະ ສັງຄົມ.​


ແຫຼ່ງ: ຫ້ອງວ່າການສໍານັກງານນາຍົກລັດຖະມົນຕີ http://laogov.gov.la/activities/pages/news.aspx?ItemID=1422&CateID=5

 

ດາວໂຫຼດ ໂປຣແກຣມມືຖື
ລະດົມທືນຊ່ວຍເຫຼືອ
ລັດຖະບານ
ກະຊວງ ສາທາລະນະສຸກ
ອົງການອານະໄມໂລກ