24/03/2020
ລາວພົບຜູ້ຕິດເຊື້ອ Covid-19 ແລ້ວ 2 ຄົນ
ອີງຕາມການຖະແຫຼງຂອງຫ້ອງປະຕິບັດງານ ເຫດການສຸກເສີນດ້ານສາທາລະນະສຸກ ກະຊວງສາທາລະນະສຸກ ເມື່ອວັນທີ 24 ມີນາ 2020 ທີ່ນະຄອນຫຼວງວຽງຈັນ, ຢືນຢັນວ່າ
ປະເທດລາວໄດ້ກວດພົບຜູ້ຕິດເຊື້ອໂຄວິດ-19 ແລ້ວ 2 ຄົນ. ຂໍ້ມູນເບື້ອງຕົ້ນໃຫ້ຮູ້ວ່າ: ຜູ້ທີໜຶ່ງ: ເປັນເພດຊາຍ ອາຍຸ 28 ປີ, ເປັນພະນັກງານຢູ່ແຮງໂຮມຄລາວພລາຊ່າ ນະຄອນຫຼວງວຽງຈັນ. ເປັນປະຊາຊົນບ້ານຈັນສະຫວ່າງ, ເມືອງສີໂຄດຕະບອງ, ນະຄອນຫຼວງວຽງຈັນ. ເຊິ່ງມີປະຫວັດການເດິນທາງໄປປະເທດໄທ ຄື ວັນທີ 5-8 ມີນາ 2020 ໄດ້ເຂົ້າຮ່ວມສຳມະນາຢູ່ອາຄານ ໄບເທັກບາງນາ, ນະຄອນຫຼວງບາງກອກ, ປະເທດໄທ. ແລະກັບເຂົ້າມາປະເທດລາວເມື່ອວັນທີ 9 ມີນາ 2020 ທີ່ດ່ານສະໜາມບິນສາກົນວັດໄຕ ແລ້ວກັບເມືອເຮືອນເກັບໂຕ ຕິດຕາມອາການ ບໍ່ໄດ້ອອກໄປໃສ. ທີ່ຜ່ານມາຍັງບໍ່ໄດ້ສຳຜັດກັບໃຜ, ຜູ້ກ່ຽວບໍ່ເຄີຍມີພະຍາດປະຈຳຕົວມາກ່ອນ. ສ່ວນສະມາຊິກໃນຄອບຄົວທີ່ມີຄວາມສ່ຽງ 3 ຄົນ ຄື ພໍ່, ນ້ອງສາວ ແລະນ້ອງຊາຍ ແຕ່ລະຄົນຍັງບໍ່ມີໃຜມີອາການຫຍັງສະແດງອອກເທື່ອ. ປະຫວັດການເຈັບ: ວັນທີ 23 ມີນາ 2020 ຜູ້ກ່ຽວມີອາການໄຂ້, ເຈັບຫົວ, ປວດກ້າມຊີ້ນ, ເຈັບຄໍ, ໄອ ແລະຫາຍໃຈຍາກ. ເວລາ 9:00 ຂອງວັນດຽວກັນ ໄດ້ເຂົ້າກວດຢູ່ໂຮງໝໍມິດຕະພາບ ແລະນອນຕິດຕາມອາການຄົນເຈັບຢູ່ຫ້ອງແຍກປ່ຽວ ແລະໄດ້ເກັບຕົວຢ່າງເມືອກຜົ້ງດັງ ແລະຮູຄໍ ແລ້ວນຳສົ່ງໄປກວດຢູ່ ສວລ ໃນເວລາ 10:30 ຂອງມື້ດຽວກັນ ແລະຜົນການກວດວິເຄາະຢືນຢັນວ່າຜູ້ກ່ຽວມີເຊື້ອ ໂຄວິດ-19 ຜູ້ທີສອງ: ເປັນເພດຍິງ ອາຍຸ 36 ປີ, ອາຊີບພະນັກງານນຳທ່ຽວ. ເປັນປະຊາຊົນບ້ານຄຳຮຸ່ງ, ເມືອງໄຊທານີ, ນະຄອນຫຼວງວຽງຈັນ. ເລິ່ມຕົ້ນມີອາການເຈັບເປັນໃນວັນທີ 10 ມີນາ 2020 ຜູ້ກ່ຽວມີອາການ ໄຂ້, ໄອແຫ້ງ ແລະເມື່ອຍ ແຕ່ບໍ່ໄດ້ໄປປິ່ນປົວຢູ່ໃສ. ວັນທີ 22 ມີນາ 2020 ເວລາປະມານ 14:00 ຜູ້ກ່ຽວໄດ້ໄປກວດຢູ່ໂຮງໝໍມິດຕະພາບ ທ່ານໝໍໄດ້ກວດເລືອດລວມ ແລະເອັກຊະເລປອດ ແຕ່ບໍ່ເຫັນຫຍັງຜິດປົກກະຕິໃດໆ, ທ່ານໝໍໄດ້ແນະນຳໃຫ້ເມືອຕິດຕາມອາການຢູ່ເຮືອນ ແລ້ວຜູ້ກ່ຽວໄດ້ໄປຮັກສາໂຕຢູ່ໂຮງແຮມແຫ່ງໜຶ່ງ. ສ່ວນສະມາຊິກໃນຄອບຄົວທີ່ສ່ຽງຕິດນຳລາວມີ 2 ຄົນ ຄືແມ່ແລະນ້ອງສາວ. ເມື່ອອາການບໍ່ດີຂຶ້ນຈຶ່ງໄດ້ເຂົ້າໄປປົວແລະແຍກປ່ຽວຢູ່ໂຮງໝໍມິດຕະພາບ 150 ຕຽງ, ທ່ານໝໍຈຶ່ງໄດ້ນຳເອົາຕົວຢ່າງຈາກຜູ້ກ່ຽວໄປກວດວິເຄາະແລ້ວພົບວ່າຜູ້ກ່ຽວມີເຊື້ອ ໂຄວິດ-19. ທີ່ຜ່ານມາຜູ້ກ່ຽວແມ່ນໄດ້ນຳພາແຂກທີ່ມາຈາກບັນດາປະເທດເອີຣົບ ໄປທ່ອງທ່ຽວສະຖານທີ່ຕ່າງໆ ໃນວຽງຈັນ-ວັງວຽງ. ປັດຈຸບັນຄົນເຈັບທັງ 2 ຄົນ ກຳລັງນອນຮັບການປິ່ນປົວຢູ່ ໂຮງໝໍມິດຕະພາບ 150 ຕຽງ ຕາມຂັ້ນຕອນທາງວິຊາການແພດຢ່າງເຂັ້ມງວດ.
ແຫຼ່ງຂ່າວ https://www.moh.gov.la/index.php/lo-la/2017-11-02-08-34-25/2017-11-25-10-36-28/244-covid-24032020