ຂປລ. ທ່ານ ດຣ. ພູທອນ ເມືອງປາກ ຮອງລັດຖະມົນຕີ ກະຊວງສາທາລະນະສຸກໄດ້ຖະແຫລງ ເມື່ອຕອນບ່າຍຂອງວັນທີ 24ມີນາ 2020 ວ່າ: ໄດ້ກວດພົບກໍລະນີຢັ້ງຢືນ ຕິດເຊື້ອພະຍາດ ອັກເສບປອດສາຍພັນໃໝ່ ໂຄວິດ-19 ຢູ່ ສປປ ລາວ ຈຳນວນແລ້ວ 2 ຄົນ ຊຶ່ງຄົນເຈັບທັງ 2 ຄົນ ອາໄສຢູ່ນະຄອນ ຫລວງວຽງຈັນທັງສອງຄົນ. ປັດຈຸບັນກໍາລັງໄດ້ຮັບການປິ່ນປົວ ຢູ່ໂຮງໝໍມິດຕະພາບ 150 ຕຽງ ຕາມລະບຽບ ແລະ ມາດຕະຖານສາກົນ. ຂະນະດຽວກັນ ໄດ້ເນັ້ນໃຫ້ທຸກຄົນ ຕ້ອງປະຕິບັດ ມາດຕະການ ປ້ອງກັນຕົນເອງຢ່າງເດັດຂາດ.
ສຳລັບກໍລະນີທຳອິດເປັນເພດຍິງ ອາຍຸ 36 ປີ, ສັນຊາດລາວ, ອາຊີບພະນັກງານນຳທ່ຽວ, ກ່ອນໜ້ານີ້ຜູ້ກ່ຽວນຳພາ ກຸ່ມນັກທ່ອງທ່ຽວ ຈາກຢູໂຣບທີ່ເດີນທາງມາ ສປປ ລາວ ໃນວັນທີ 7 ມີນາ ແລະ ໄປທ່ຽວຫລາຍສະຖານທີ່ ໃນນະຄອນຫລວງວຽງຈັນ ໃນວັນທີ 8 ມີນາ 2020, ຈາກນັ້ນກໍໄປວັງວຽງ, ໄປທ່ຽວຫລວງພະບາງ ແລະ ບ່ອນອື່ນໆ. ຫລັງຈາກນັ້ນກຸ່ມນັກທ່ອງທ່ຽວດັ່ງກ່າວ ໄດ້ເດີນທາງໄປກຳປູເຈຍ ແລະ ມີການກວດສອບໂດຍທາງການກຳປູເຈຍ ແລ້ວພົບວ່ານັກທ່ອງທ່ຽວໃນກຸ່ມນີ້ ຕິດເຊື້ອ ໂຄວິດ-19 ຈຶ່ງໄດ້ແຈ້ງຫາທາງການລາວ ປະສານຫາຜູ້ຕິດເຊື້ອ ເພື່ອກວດສອບຫາເຊື້ອຕົວຈິງ. ສ່ວນກໍລະນີທີ 2 ເປັນເພດຊາຍອາຍຸ 28 ປີ ສັນຊາດລາວ ເປັນພະນັກງານໂຮງແຮມແຫ່ງໜຶ່ງ ໃນນະຄອນຫລວງວຽງຈັນ. ກ່ອນທີ່ຈະຢັ້ງຢືນວ່າຕິດເຊື້ອ ໄດ້ເດີນທາງໄປ ສຳມະນາຢູ່ທີ່ປະເທດໄທ ແລະ ເດີນທາງກັບຈາກໄທມາລາວໃນວັນທີ 9 ມີນາ ຜ່ານສະໜາມບິນສາກົນວັດໄຕ ແລ້ວໄດ້ຕິດຕາມອາການບໍ່ໄດ້ອອກໃສ. ພ້ອມນີ້ ຜູ້ກ່ຽວແມ່ນບໍ່ມີປະຫວັດສຳຜັດກັບໃຜ ແລະ ບໍ່ໄດ້ມີພະຍາດປະຈຳໂຕ. ພາຍຫລັງ ຜູ້ກ່ຽວມີອາການໄອ, ເຈັບຫົວ, ປວດກ້າມຊີ້ນ, ເຈັບຄໍ ແລະ ຫາຍໃຈຍາກ ຈຶ່ງໄດ້ໄປກວດຢູ່ໂຮງໝໍມິດຕະພາບ ແລະ ຜົນກວດກໍອອກມາວ່າຜູ້ກ່ຽວຕິດເຊື້ອ.
ທ່ານ ດຣ. ພູທອນ ເມືອງປາກ ລະບຸຕື່ມວ່າ: ພາຍຫລັງທີ່ໄດ້ຮັບຊາບຜົນການກວດແລ້ວ ຄົນເຈັບທັງສອງແມ່ນ ໄດ້ຖືກແຍກປ່ຽວຢູ່ໂຮງໝໍມິດຕະພາບ ໂດຍໄດ້ມີຕິດຕາມອາການເບື້ອງຕົ້ນ ແລະ ພົບວ່າທັງສອງມີອາການຢູ່ ໃນຂອບເຂດທີ່ດີ. ພ້ອມນີ້ ທາງເຈົ້າໜ້າທີ່ ໄດ້ລົງສະຖານທີ່ພັກເຊົາ, ບ່ອນເຮັດວຽກ ແລະ ບ່ອນທີ່ເດີນທາງໄປມາຂອງທັງສອງ ເພື່ອຄົ້ນຫາຜູ້ທີ່ໃຫ້ຊິດ ແລະ ປະຕິບັດມາດຕະການຈຳກັດ ການແຜ່ລະບາດຂອງພະຍາດ. ທັງນີ້ແມ່ນ 2 ກໍລະນີທຳອິດຂອງລາວ ທີ່ມີການຢັ້ງຢືນ ຢ່າງເປັນທາງການວ່າຕິດ ເຊື້ອໂຄວິດ-19 ໂດຍກ່ອນໜ້ານີ້ ມີພຽງແຕ່ກໍລະນີສົງໄສ ເຊິ່ງມີຈຳນວນ 131 ຄົນ ແຕ່ຜ່ານການກວດຫາເຊື້ອເຫັນວ່າ 129 ຄົນເປັນຜົນລົບ. ຂະນະທີ່ສະຖານະການຕິດ ເຊື້ອໂຄວິດ-19 ທົ່ວໂລກ ປັດຈຸບັນໄດ້ແຜ່ລະບາດ ແລ້ວໃນຫລາຍກວ່າ 194 ປະເທດ ແລະ ມີຜູ້ຕິດເຊື້ອສະສົມ ລວມກວ່າ 377.000 ຄົນ.
ຂ່າວ:ສິງຄຳ-ພາບ:ຂັນໄຊ
ເນື້ອໃນ: ຂປລ http://kpl.gov.la/detail.aspx?id=51240