1931 1252 1476 1698 1941 1621 1977 1602 1671 1226 1334 1006 1397 1040 1579 1119 1630 1316 1256 1309 1234 1073 1520 1025 1086 1909 1969 1514 1727 1754 1057 1636 1782 1912 1826 1970 1011 1238 1412 1140 1926 1083 1367 1824 1560 1275 1043 1008 1120 1221 1023 1131 1419 1794 1247 1115 1478 1939 1197 1637 1226 1006 1991 1479 1846 1492 1867 1473 1694 1724 1126 1836 1362 1466 1713 1023 1832 1069 1359 1074 1876 1618 1509 1379 1782 1599 1656 1725 1708 1081 1061 1412 1313 1217 1272 1695 1254 1153 1345 ກຳນົດ 4 ໂຮງໝໍສູນກາງ-ໂຮງໝໍແຂວງ ເປັນບ່ອນປິ່ນປົວຜູ້ຕິດເຊື້ອ COVID-19
ກຳນົດ 4 ໂຮງໝໍສູນກາງ-ໂຮງໝໍແຂວງ ເປັນບ່ອນປິ່ນປົວຜູ້ຕິດເຊື້ອ COVID-19

20/03/2020

ກຳນົດ 4 ໂຮງໝໍສູນກາງ-ໂຮງໝໍແຂວງ ເປັນບ່ອນປິ່ນປົວຜູ້ຕິດເຊື້ອ COVID-19

 

ເຖິງວ່າປັດຈຸບັນ ສປປ ລາວ ຍັງບໍ່ທັນພົບຜູ້ຕິດເຊື້ອພະຍາດອັກເສບປອດຈາກເຊື້ອຈຸລະໂຣກສາຍພັນໃໝ່ (COVID-19) ແຕ່ກໍມີຄວາມສ່ຽງສູງ ຍ້ອນວ່າມີຊາຍແດນຕິດຈອດ ແລະ ມີການເດີນທາງເຂົ້າມາຂອງຄົນຈາກປະເທດທີ່ມີຜູ້ຕິດເຊື້ອພະຍາດດັ່ງກ່າວ

ເຊິ່ງລັດຖະບານລາວໄດ້ສຸມໃສ່ບັນດາມາດຕະການສະ ກັດກັ້ນ ແລະ ປ້ອງກັນການແຜ່ລະບາດ ພ້ອມທັງມີການກະກຽມຄວາມພ້ອມຫຼາຍດ້ານ ເພື່ອຮັບມືກັບສະ ພາບການ ກໍລະນີທີ່ກວດພົບຜູ້ຕິດເຊື້ອໃນຕໍ່ໜ້າ.ອີງໃສ່ສະພາບຄວາມເປັນຈິງ ແລະ ຄວາມສ່ຽງຕໍ່ການແຜ່ລະບາດຂອງພະຍາດ COVID-19 ຢູ່ ສປປ ລາວ ແລະ ເພື່ອສະກັດກັ້ນ ປົກປ້ອງ ແລະ ກຽມຮັບມືກັບການແຜ່ລະບາດ ລັດຖະບານລາວຈະສືບ ຕໍ່ປະຕິບັດມາດຕະການທີ່ໄດ້ວາງອອກແລ້ວ ແລະ ມາດຕະການເພີ່ມເຕີມຕາມການຕົກລົງເຫັນດີໃນວາລະດຳເນີນກອງປະຊຸມລັດຖະບານສະໄໝສາມັນ ວັນທີ 18 ມີນາ 2020 ນອກຈາກອອກມາດຕະການເພື່ອສະກັດກັ້ນ ແລະ ປ້ອງກັນແຕ່ຫົວທີແລ້ວ ຍັງໄດ້ອອກມາດຕະການປ້ອງກັນ ຄື:

ປັບປຸງສູນຂໍ້ມູນຂ່າວສານ ທີ່ຂຶ້ນກັບຄະນະສະເພາະກິດ ເພື່ອຊີ້ນຳການປ້ອງກັນ ຄວບຄຸມ ແລະ ແກ້ໄຂການລະບາດຂອງພະຍາດດັ່ງ ກ່າວ ເພື່ອແລກປ່ຽນ ກວດກາຄວາມຖືກຕ້ອງ ແລະ ສະໜອງຂໍ້ມູນທີ່ຊັດເຈນ ແລະ ວ່ອງໄວ ກ່ຽວກັບສະ ພາບການລະບາດຂອງພະຍາດ COVID-19 ຢູ່ພາຍໃນພາກພື້ນ ແລະ ໃນໂລກ ໂຄສະນາເຜີຍແຜ່ຂໍ້ມູນເພື່ອໃຫ້ສັງຄົມ ກໍຄືປະຊາຊົນຮູ້ຈັກ ແລະ ເຂົ້າໃຈເປັນເອກະພາບກ່ຽວກັບໄພອັນຕະລາຍ ແລະ ຄວາມສ່ຽງໃນການຕິດເຊື້ອພະຍາດ ພ້ອມທັງເຜີຍແຜ່ຄໍາແນະນໍາກ່ຽວກັບວິທີປ້ອງກັນ ສະກັດກັ້ນ ແລະ ການເຂົ້າເຖິງການບໍລິການດ້ານສາທາລະນະສຸກ ປຸກລະດົມ ແລະ ສຶກສາອົບຮົມໃຫ້ທົ່ວສັງຄົມເປັນເຈົ້າການໃນການປ້ອງກັນຕົນເອງ ແລະ ຫຼີກລ່ຽງຈາກຄວາມສ່ຽງໃນການຕິດເຊື້ອພະຍາດເປັນຕົ້ນການຫຼີກລ່ຽງການເດີນທາງໄປຕ່າງປະເທດ ຫຼີກລ່ຽງການໄປບ່ອນທີ່ມີຄວາມສ່ຽງ ບ່ອນທີ່ມີຄົນແອອັດ ຖ້າມີຄວາມຈຳເປັນຕ້ອງໄປ ກໍຕ້ອງມີມາດຕະການປ້ອງກັນຕົນເອງ ຕາມການແນະນໍາຂອງສາທາລະນະສຸກ ເຊັ່ນ: ໃຊ້ຜ້າອັດປາກ-ດັງ ລ້າງມືດ້ວຍນໍ້າຢາ ແລະ ສະບູເລື້ອຍໆ ກິນຖືກຕາມຫຼັກອະນາໄມ ແລະ ອື່ນໆ ຕາມການແນະນໍາຂອງຂະແໜງການກ່ຽວຂ້ອງ.ໄດ້ກໍານົດສະຖານທີ່ປິ່ນປົວກໍລະນີມີຜູ້ຕິດເຊື້ອ ເຊິ່ງຢູ່ນະຄອນຫຼວງວຽງຈັນ ແມ່ນກໍານົດເອົາໂຮງໝໍສູນກາງ 103 ກອງທັບປະຊາຊົນລາວ ໂຮງໝໍມິດຕະພາບ (150 ຕຽງ) ໂຮງໝໍມະໂຫສົດ ແລະ ໂຮງໝໍໄຊເສດຖາທິລາດ ສ່ວນຢູ່ແຕ່ລະແຂວງກໍານົດເອົາໂຮງໝໍແຂວງທຸກແຂວງ ໂດຍໃຫ້ແຍກຈາກເຂດການປິ່ນ ປົວທົ່ວໄປ ກະກຽມພະນັກງານແພດໝໍໄວ້ໃຫ້ພຽງພໍ ພ້ອມທັງໃຫ້ມີການເຝິກອົບຮົມວິທີການຮັບມືຕົວຈິງໃຫ້ລະອຽດພ້ອມນີ້ກໍໃຫ້ພົວພັນປະສານຂໍການຊ່ວຍເຫຼືອຈາກຊ່ຽວຊານ ແລະ ແພດໝໍ ທີ່ມີຄວາມຊຳນານຈາກປະເທດເພື່ອນມິດ ອົງການຈັດຕັ້ງສາກົນ ເພື່ອກຽມໄວ້ກໍລະນີມີຄວາມຈໍາເປັນ ກໍານົດຄວາມຕ້ອງການ ດ້ານເຄື່ອງມື ແລະ ອຸປະກອນ ພ້ອມທັງສະເໜີແຜນຈັດຊື້ແຮໄວ້ ໂດຍສະເພາະໜ້າກາກອະນາໄມ ນໍ້າຢາລ້າງມື ຊຸດປ້ອງກັນຂອງແພດໝໍ ແລະ ອຸປະກອນຕ່າງໆທີ່ຈຳເປັນອຸປະກອນເຄື່ອງມືໃດທີ່ມີຄວາມຈໍາເປັນຕ້ອງໄດ້ຂໍການຊ່ວຍເຫຼືອຈາກອົງການຈັດຕັ້ງສາກົນ ແລະ ປະເທດເພື່ອນມິດ ກໍໃຫ້ຮີບຮ້ອນສະເໜີໃຫ້ລັດ ຖະບານພິຈາລະນາ ກະກຽມຢາປົວແຮໄວ້ໃນກໍລະນີມີການຄົ້ນພົບວັກແຊັງ ແລະ ຢາປິ່ນປົວໃໝ່ທີ່ມີປະສິດທິຜົນຈາກຕ່າງປະເທດ ກໍໃຫ້ຮີບຮ້ອນປະສານເພື່ອຂໍຊື້ ຫຼື ແບ່ງປັນຈາກປະເທດເພື່ອນມິດເພື່ອກຽມໃຫ້ແກ່ການປິ່ນປົວຜູ້ຕິດເຊື້ອພະຍາດ COVID-19.

 

ດາວໂຫຼດ ໂປຣແກຣມມືຖື
ລະດົມທືນຊ່ວຍເຫຼືອ
ລັດຖະບານ
ກະຊວງ ສາທາລະນະສຸກ
ອົງການອານະໄມໂລກ