ການຈຳລອງເຫດການຕົວຈິງຢູ່ ສະໜາມບິນສາກົນວັດໄຕ
20/03/2020

ກະຊວງສາທາລະນະສຸກໄດ້ຮ່ວມກັບການບິນພົນລະເຮືອນເຮັດການຈຳລອງເຫດການຕົວຈິງຢູ່ ສະໜາມບິນສາກົນວັດໄຕ, ການຈຳລອງນັ້ນແມ່ນໄດ້ສົມມຸດເຫດການຕົວຈິງຫາກມີຜູ້ໂດຍຕິດໂຄວິດ-19 ມານຳຍົນ ພວກເຮົາຕ້ອງເຮັດແນວໃດໃນແຕ່ລະຂັ້ນຕອນ ເພື່ອໃຫ້ພະນັກງານເຮົາສາມາດຮັບມືໄດ້ໃນເວລາເຫດການຈິງ ທັ້ງນີ້ກໍເພື່ອຮັບປະກັນຄວາມປອດໄພທັງພະນັກງານການບິນ, ທັງແພດເຮົາທີ່ເຮັດໜ້າທີ່ ແລະ ເພື່ອບໍ່ໃຫ້ເຊື້ອພະຍາດແຜ່ລາມອອກໄປຫາຜູ້ອື່ນ.