1622 1586 1758 1757 1026 1258 1357 1625 1804 1343 1012 1225 1838 1653 1125 1000 1416 1126 1855 1332 1145 1980 1138 1997 1068 1278 1018 1958 1820 1135 1846 1998 1564 1197 1743 1104 1050 1392 1652 1132 1732 1606 1361 1821 1447 1006 1390 1961 1211 1398 1497 1387 1562 1609 1205 1849 1668 1561 1736 1125 1597 1555 1759 1786 1174 1577 1146 1890 1935 1667 1918 1539 1600 1205 1323 1955 1503 1935 1450 1235 1245 1925 1000 1027 1575 1749 1342 1377 1587 1596 1942 1895 1937 1684 1164 1831 1470 1819 1998 ບົດຂ່າວຈາກຄະນະສະເພາະກິດ ເພື່ອປ້ອງກັນ ຄວບຄຸມ ແລະ ແກ້ໄຂ ພະຍາດ COVID-19 ປະຈໍາວັນທີ 24 ມີນາ 2020
ບົດຂ່າວຈາກຄະນະສະເພາະກິດ ເພື່ອປ້ອງກັນ ຄວບຄຸມ ແລະ ແກ້ໄຂ ພະຍາດ COVID-19 ປະຈໍາວັນທີ 24 ມີນາ 2020

24/03/2020

ບົດຂ່າວຈາກຄະນະສະເພາະກິດ ເພື່ອປ້ອງກັນ ຄວບຄຸມ ແລະ ແກ້ໄຂ ພະຍາດ COVID-19 ປະຈໍາວັນທີ 24 ມີນາ 2020

  1. ສະພາບການ COVID-19 ໃນທົ່ວໂລກ

ມາຮອດເວລາ 24:00 ໂມງເຊົ້າ ຂອງວັນທີ 23 ມີນາ 2020, ທົ່ວໂລກມີລາຍງານກໍລະນີທັງໝົດ 194 ປະເທດ, ກໍລະນີຢັ້ງຢືນຜູ້ຕິດເຊື້ອພະຍາດ COVID-19 ແລ້ວ 377,896 ກໍລະນີ (ເພີ່ມຂື້ນ 42,230 ກໍລະນີ ເກືອບທັງໝົດກໍລະນີໃໝ່ ແມ່ນຢູ່ນອກ ສປ ຈີນ), ເສຍຊິວິດ 16,492 (ເພີ່ມຂື້ນ 1,871 ກໍລະນີ) ແລະ ປີ່ນປົວຫາຍດີ 102,064 (ເພີ່ມຂື້ນ 4,428).  

  1. ສະພາບການເຝົ້າລະວັງ COVID-19 ໃນ ສປປ ລາວ
  2. ມາດຕະການຕໍ່ແຮງລາວ ທີ່ກັບມາຈາກປະເທດໄທ
  • ວັນທີ 23 ມີນາ 2020, ມີແຮງງານລາວ ທີ່ເດີນທາງຜ່ານຊາຍແດນຕິດຈອດກັບ ປະເທດໄທ ແຕ່ເໜືອຮອດໃຕ້ ເປັນຈຳນວນຫຼາຍເຊິ່ງລວມມີ ຜູ້ເດີນທາງເຂົ້າມາທັງໝົດ 26,326 ຄົນ (ລວມມີ ຄົນລາວ, ໄທ, ຫວຽດນາມ), ແຕ່ລະດ່ານໄດ້ມີການເຂັ້ມງວດ ໃນການກັ່ນກອງຊອກຫາຜູ້ມີອາການໄຂ້, ເຊິ່ງພົບວ່າໃນດ່ານຊ່ອງເມັກ ມີຈຳນວນ 07 ຄົນ ທີ່ມີອາການໄຂ້ ແລະ ໄດ້ສົ່ງໄປແຍກປ່ຽວຢູ່ໂຮງໝໍ ເພື່ອຕິດຕາມອາການ ພ້ອມທັງໄດ້ເກັບຕົວຢ່າງ ສົ່ງມາກວດຢູ່ຫ້ອງວິເຄາະ ທັງໝົດແມ່ນບໍ່ພົບເຊື້ອ.
  • ສຳລັບຜູ້ທີ່ບໍ່ມີອາການໄຂ້ ແມ່ນໄດ້ແນະນຳ ວິທີປ້ອງກັນ ແລະ ວິທີຈຳກັດບໍລິເວນຂອງຕົນເອງ ຢູ່ເຮືອນ ພ້ອມທັງ ແຈກຢາຍຄູ່ມືປະຕິບັດຕົນເອງ ແລະ ຜ້າອັດປາກດັງ ກ່ອນຈະອອກເດີນທາງກັບທ້ອງຖິ່ນຂອງຕົນ.
  • ໄດ້ແຈ້ງໃຫ້ອຳນາດການປົກຄອງ ຂອງຜູ້ທີ່ເດີນທາງມາຈາກປະເທດໄທ ໃຫ້ຕິດຕາມ, ກວດກາ, ອຳນວຍຄວາມສະດວກ ໃນການຈັດຕັ້ງປະຕິບັດ ການຈຳກັດບໍລິເວນຕົນເອງ ຈົນຄົບ 14 ວັນ.
  1. ມາດຕະການຕໍ່ຜູ້ທີ່ມີອາການໄຂ້ ສົງໄສຕິດເຊື້ອ COVID-19

ມາຮອດປະຈຸບັນ ມີກໍລະນີສົງໄສຕິດເຊື້ອສະສົມ ທີ່ໄດ້ເກັບຕົວຢ່າງມາກວດທັງໝົດ 131 ກໍລະນີ, ສໍາລັບ ວັນທີ 23 ມີນາ 2020 ມີຈໍານວນ 14 ກໍລະນີ ແລະ ໃຫ້ຜົນກວດພົບວ່າ ຕິດເຊື້ອພະຍາດ COVID-19 ຈຳນວນ 02 ກໍລະນີ.

ກໍລະນີທີ 01ເພດຍິງ, ອາຍຸ 36 ປີ, ສັນຊາດ: ລາວ, ອາຊີບ: ເປັນຜູ້ນໍາທ່ຽວ ເຊິ່ງຕິດຈາກນັກທ່ອງທ່ຽວຊາວຕ່າງປະເທດ.

ກໍລະນີທີ 02ເພດຊາຍ, ອາຍຸ 28 ປີ, ສັນຊາດ: ລາວ, ອາຊີບ: ພະນັກງານໂຮງແຮມຄຣາວພລາຊ່າ ເຊິ່ງມີປະຫວັດການເດີນທາງໄປປະຊຸມ ທີ່ບາງກອກ, ປະເທດໄທ.

ປະຈຸບັນທັງ 02 ກໍລະນີ ໄດ້ເຂົ້າຮັບການແຍກປ່ຽວ ແລະ ປິ່ນປົວຢູ່ໂຮງໝໍມິິດຕະພາບ, ອາການທົ່ວໄປຂອງພວກກ່ຽວຢູ່ໃນສະພາບດີ ແລະ ໄດ້ຮັບການເອົາໃຈໃສ່ຕິດຕາມຢ່າງໃກ້ຊິດ ຈາກພະນັກງານແພດ, ພະຍາບານ ແລະ ຜູ້ຮັບຜິດຊອບອຳນວຍຄວາມສະດວກດ້ານຕ່າງໆ.

ທີມງານເຝົ້າລະວັງຍັງສືບຕໍ່ຄົ້ນຫາ ຜູ້ສຳຜັດໃກ້ຊິດຂອງທັງ 02 ກໍລະນີ ເພື່ອປະຕິບັດມາດຕະການຈໍາກັດບໍລິເວນ ແລະ ເຝົ້າລະວັງອາການຂອງພະຍາດ.

  • ໄດ້ສົ່ງທີມງານລົງປະຕິບັດ ຫຼັກການອະນາໄມຂ້າເຊື້ອຢູ່ໂຮງແຮມ, ສະຖານທີ່ພັກເຊົາຂອງພວກກ່ຽວ.
  1. ຮຽກຮ້ອງໃຫ້ພາກສ່ວນກ່ຽວຂ້ອງໃຫ້ຄວາມຮ່ວມມື ເພື່ອເກັບກຳຂໍ້ມູນລະອຽດ ແລະ ສືບຕໍ່ປະຕິບັດມາດຕະການຕ່າງໆ

 

ດາວໂຫຼດ ໂປຣແກຣມມືຖື
ລະດົມທືນຊ່ວຍເຫຼືອ
ລັດຖະບານ
ກະຊວງ ສາທາລະນະສຸກ
ອົງການອານະໄມໂລກ