1206 1396 1987 1324 1160 1118 1836 1928 1409 1636 1756 1300 1855 1802 1622 1034 1138 1880 1213 1123 1019 1109 1320 1551 1649 1347 1140 1607 1657 1524 1171 1877 1560 1036 1670 1169 1231 1738 1584 1592 1369 1712 1652 1276 1177 1384 1177 1872 1057 1653 1593 1100 1053 1714 1071 1983 1652 1186 1009 1277 1225 1314 1862 1163 1053 1989 1745 1831 1199 1019 1162 1178 1984 1491 1766 1380 1452 1177 1011 1237 1939 1426 1181 1385 1618 1218 1645 1098 1418 1751 1334 1892 1232 1230 1927 1796 1549 1850 1702 ທ່ານລັດຖະມົນຕີກະຊວງສາທາລະນະສຸກ ຕິດຕາມທ່ານນາຍົກລັດຖະມົນຕີ ລົງກວດກາ ຕີດຕາມ ແລະ​ຊຸກຍູ້​ ການປ້ອງກັນ ຄວບຄຸມ​ແລະ​ແກ້ໄຂ​ ການ​ລະບາດ​ພະຍາດ COVID​-19 ຢູ່ແຂວງຄຳມ່ວນ ແລະ​ ສະຫວັນນະເຂດ
ທ່ານລັດຖະມົນຕີກະຊວງສາທາລະນະສຸກ ຕິດຕາມທ່ານນາຍົກລັດຖະມົນຕີ ລົງກວດກາ ຕີດຕາມ ແລະ​ຊຸກຍູ້​ ການປ້ອງກັນ ຄວບຄຸມ​ແລະ​ແກ້ໄຂ​ ການ​ລະບາດ​ພະຍາດ COVID​-19 ຢູ່ແຂວງຄຳມ່ວນ ແລະ​ ສະຫວັນນະເຂດ

26/03/2020

ທ່ານລັດຖະມົນຕີກະຊວງສາທາລະນະສຸກ ຕິດຕາມທ່ານນາຍົກລັດຖະມົນຕີ ລົງກວດກາ ຕີດຕາມ ແລະ​ຊຸກຍູ້​ ການປ້ອງກັນ ຄວບຄຸມ​ແລະ​ແກ້ໄຂ​ ການ​ລະບາດ​ພະຍາດ COVID​-19 ຢູ່ແຂວງຄຳມ່ວນ ແລະ​ ສະຫວັນນະເຂດ

ພາຍຫຼັງສໍາເລັດການເຄື່ອນໄຫວ ຕິດຕາມກວດກາ, ຊຸກຍູ້ ແລະ ປະເມີນຄືນ ການຈັດຕັ້ງປະຕິບັດ ບັນດາມາດຕະການທີ່ລັດຖະບານວາງອອກ ໃນການປ້ອງກັນ, ຄວບຄຸມ ແລະ ຕອບໂຕ້ ການແຜ່ລະບາດຂອງເຊື້ອພະຍາດ COVID-19 ຢູ່ແຂວງຄຳມ່ວນ, ມາໃນຕອນບ່າຍຂອງວັນດຽວກັນ (26 ມີນາ 2020) ຄະນະຂອງທ່ານ ທອງລຸນ ສີສຸລິດ, ນາຍົກລັດຖະມົນຕີ ໄດ້ສືບຕໍ່ຢ້ຽມຢາມ ແລະ ປະຕິບັດວຽກງານດັ່ງກ່າວ ທີ່ແຂວງສະຫວັນນະເຂດ, ໂດຍໄດ້ໄປກວດກາເບິ່ງ ສະພາບຄວາມເປັນຈິງ ຂອງການບໍລິການ ແລະ ຄຸ້ມຄອງຄົນເຂົ້າ-ອອກເມືອງ ຢູ່ດ່ານສາກົນ ຂົວມິດຕະພາບ ລາວ-ໄທ ແຫ່ງທີ 2 ສະຫວັນນະເຂດ-ມຸກດາຫານ, ຈາກນັ້ນ ກໍ່ໄປຢ້ຽມຢາມໂຮງໝໍແຂວງ ແລະ ສູນກັກກັນບໍລິເວນຄົນເຂົ້າເມືອງຊົ່ວຄາວ ຢູ່ຈຸດໂຮງຮຽນມັດທະຍົມສົມບູນບ້ານຊອກ, ນະຄອນໄກສອນພົມວິຫານ.
ນັບແຕ່ວັນທີ 20-25 ມີນາ 2020 ມີຄົນທີ່ເດີນທາງມາຈາກປະເທດໄທ ເຂົ້າຜ່ານດ່ານສາກົນ ຂົວມິດຕະພາບ ລາວ-ໄທ ແຫ່ງທີ 2 ທັງໝົດ ຈຳນວນ 16.000 ກວ່າຄົນ, ຊຶ່ງໄດ້ມີການກວດກາສຸຂະພາບ ຖ້າຜູ້ໃດມີອາການທີ່ສົງໄສ ກໍ່ຖືກສົ່ງຕົວເຂົ້າກັກກັນ ເພື່ອຕິດຕາມອາການຢູ່ໂຮງໝໍແຂວງ, ສ່ວນຜູ້ທີ່ກວດແລ້ວ ແຕ່ບໍ່ພົບອາການສົງໄສ ແມ່ນໄດ້ສົ່ງເຂົ້າໄປສູນຮອງຮັບກັບໍລິເວນຊົ່ວຄາວ ທີ່ທາງແຂວງໄດ້ຈັດກຽມໄວ້ ຢູ່ບັນດາເມືອງ ກໍ່ຄືທ້ອງຖິ່ນຂອງຕົນ ເພື່ອເຝົ້າຕິດຕາມອາການ 14 ວັນ ຢູ່ 154 ສູນ ໃນ 15 ເມືອງ ທົ່ວແຂວງ. ຜ່ານມາ ແຂວງສະຫວັນນະເຂດ ພົບຜູ້ສົງໄສເຂົ້ານິຍາມ ຕິດເຊື້ອ COVID-19 ຈຳນວນ 6 ກໍລະນີ, ຊຶ່ງຜົນການກວດ ແມ່ນບໍ່ພົບຜູ້ຕິດເຊື້ອ.
ໃນການລົງຢ້ຽມຢາມ ແລະ ຕິດຕາມສະພາບການ ຢູ່ສະຖານທີ່ຕ່າງໆ ຂອງແຂວງສະຫວັນນະເຂດ ໃນຄັ້ງນີ້, ທ່ານ ທອງລຸນ ສີສຸລິດ ໄດ້ສະແດງຄວາມຊົມເຊີຍ ຕໍ່ເຈົ້າໜ້າທີ່ ທີ່ຮັບຜິດຊອບບໍລິການ ແລະ ຄຸ້ມຄອງຄົນເຂົ້າ-ອອກດ່ານສາກົນ ຂົວມິດຕະພາບ ລາວ-ໄທ ແຫ່ງທີ 2, ອົງການປົກຄອງທ້ອງຖິ່ນ ແລະ ທຸກພາກສວ່ນທີ່ກ່ຽວຂ້ອງ ທີ່ໄດ້ເອົາໃຈໃສ່ ປະຕິບັດມາດຕະການຕ່າງໆ ໃນການປ້ອງກັນ, ຄວບຄຸມ ແລະ ຕອບໂຕ້ ການແຜ່ລະບາດ ຂອງເຊື້ອພະຍາດ COVID-19 ທີ່ລັດຖະບານ ກໍ່ຄືທ້ອງຖິ່ນວາງອອກ ຢ່າງເຂັ້ມງວດ ແລະ ເປັນຮູບປະທຳຕົວຈິງ, ທັງມີຫົວຄິດປະດິດສ້າງ ປະຕິບັດວຽກງານບາງດ້ານເພີ່ມເຕີມຕື່ມ ດ້ວຍຄວາມເໝາະສົມກັບເງື່ອນໄຂ ແລະ ສະພາບການຕົວຈິງ, ຊຶ່ງສະແດງໃຫ້ເຫັນເຖິງ ຄວາມຮັບຜິດຊອບ, ຄວາມເປັນຫ່ວງເປັນໄຍ ຕໍ່ຊີວິດການເປັນຢູ່ຂອງປະຊາຊົນ ທີ່ໄດ້ຮັບຜົນຈາກການແຜ່ລະບາດ ຂອງເຊື້ອພະຍາດ COVID-19. ອັນສໍາຄັນ, ທ່ານ ໄດ້ເນັ້ນໜັກໃຫ້ປະຊາຊົນ ຜູ້ທີ່ກໍາລັງກັກກັນຕົນເອງ ຈົ່ງມີຄວາມອຸ່ນອ່ຽນທຸ່ນທ່ຽງ, ຄວາມອົດທົນພະຍາຍາມ, ຕັດສິນໃຈຢ່າງເດັດດ່ຽວເຂົ້າຮ່ວມ ແລະ ໃຫ້ການຮ່ວມມື ປະຕິບັດຄຳແນະນຳຂອງເຈົ້າໜ້າທີ່ ຢ່າງເຂັ້ມງວດ, ຄົບຕາມໄລຍະເວລາທີ່ກຳນົດໄວ້; ຊີ້ນຳໃຫ້ແພດໜໍ ແລະ ພາກສ່ວນທີ່ກ່ຽວຂ້ອງຂອງແຂວງ ແນະນຳໃຫ້ຄວາມຮູ້ແກ່ປະຊາຊົນ ໃຫ້ກວ້າງຂວາງ ແລະ ເລິກເຊິ່ງຕື່ມ ກ່ຽວກັບການປ້ອງກັນພະຍາດ ໃຫ້ມີຄວາມປອດໄພ. ພ້ອມກັນນັ້ນ ກໍ່ໃຫ້ພາກສ່ວນກ່ຽວຂ້ອງເອົາໃຈໃສ່ຕິດຕາມ, ຕອບສະໜອງສິ່ງຈໍາເປັນ ແລະ ອໍານວຍຄວາມສະດວກ ໃຫ້ແກ່ເຂົາເຈົ້າ. ນອກນີ້, ທ່ານນາຍົກລັດຖະມົນຕີ ຍັງໄດ້ໃຫ້ກຳລັງໃຈ ແລະ ປຸກລະດົມ ທຸກພາກສ່ວນ ໃຫ້ປະຕິບັດໜ້າທີ່ຂອງຕົນ ດ້ວຍຄວາມຮັບຜິດຊອບສູງ ໄປຄຽງຄູ່ກັບການດູຮັກສາສຸຂະພາບ ໃຫ້ມີຄວາມແຂງແຮງ, ປອດຈາກເຊື້ອພະຍາດ, ພ້ອມກັນອົດທົນ, ສູ້ຊົນຜ່ານຜ່າອຸປະສັກ ແລະ ຄວາມຫຍຸ້ງຍາກໃນຄັ້ງນີ້ ໃຫ້ໄດ້ດ້ວຍດີ, ທຸກພາກສ່ວນ ຕ້ອງໃຫ້ການຮ່ວມມື, ເປັນກຳລັງໃຈ, ຊຸກຍູ້ ແລະ ສະໜັບສະໜູນ ເຊິ່ງກັນ ແລະ ກັນ ເພື່ອຜົນປະໂຫຍດລວມຂອງຊາດ ກໍ່ຄືຜົນສຳເລັດຂອງພວກເຮົາໝົດທຸກຄົນ, ໂດຍເຊື່ອໝັ້ນວ່າ ດ້ວຍກຳລັງແຮງສາມັກຄີ ຂອງປວງຊົນລາວທັງຊາດ ແລະ ການສະໜັບສະໜູນຊ່ວຍເຫຼືອ ຂອງເພື່ອນມິດສາກົນ ຈະເຮັດໃຫ້ການແກ້ໄຂສະພາບການທີ່ກຳລັງເກີດຂຶ້ນ ກໍ່ຄືການຕໍ່ສູ້ກັບພະຍາດ COVID-19 ໄດ້ຮັບໄຊຊະນະ ຕາມຄວາມມຸ່ງມາດປາດຖະໜາ ຂອງພວກເຮົາໝົດທຸກຄົນ.​

 

 

ດາວໂຫຼດ ໂປຣແກຣມມືຖື
ລະດົມທືນຊ່ວຍເຫຼືອ
ລັດຖະບານ
ກະຊວງ ສາທາລະນະສຸກ
ອົງການອານະໄມໂລກ