1608 1373 1011 1519 1318 1799 1166 1642 1104 1479 1684 1225 1167 1771 1512 1874 1799 1758 1340 1670 1592 1450 1211 1228 1117 1286 1364 1183 1703 1629 1074 1757 1588 1390 1418 1261 1426 1644 1762 1342 1513 1443 1108 1563 1220 1677 1449 1278 1706 1190 1429 1992 1176 1680 1449 1591 1087 1061 1094 1510 1217 1196 1969 1239 1009 1919 1131 1669 1797 1094 1087 1980 1192 1870 1540 1543 1628 1348 1486 1875 1977 1577 1861 1033 1818 1645 1109 1837 1656 1880 1135 1186 1435 1170 1768 1936 1147 1645 1571 ທີມແພດ ແລະ ຊ່ຽວຊານຈາກ ສປ ຈີນ ຈໍານວນ 1​2 ທ່ານໄດ້ເດີ່ນທາງຮອດລາວແລ້ວ
ທີມແພດ ແລະ ຊ່ຽວຊານຈາກ ສປ ຈີນ ຈໍານວນ 1​2 ທ່ານໄດ້ເດີ່ນທາງຮອດລາວແລ້ວ

29/03/2020

ທີມແພດ ແລະ ຊ່ຽວຊານຈາກ ສປ ຈີນ ຈໍານວນ 1​2 ທ່ານໄດ້ເດີ່ນທາງຮອດລາວແລ້ວ

ທີມແພດ ແລະ ຊ່ຽວຊານຈາກ ສປ ຈີນ ຈໍານວນ 1​2 ທ່ານໄດ້ເດີ່ນທາງຮອດລາວແລ້ວ

ທີມແພດ ແລະ ຊ່ຽວຊານຈາກ ສປ ຈີນ ຈໍານວນ 12 ທ່ານໄດ້ເດີ່ນທາງຮອດລາວແລ້ວ ພ້ອມດ້ວຍອຸປະກອນການແພດຈຳນວນໜຶ່ງ ເດີນທາງເຖິງສະໜາມບິນສາກົນວັດໄຕ ໃນ ເວລາ 11:12 ໂມງ ວັນທີ 29 ມີນາ 2020, ເພື່ອມາຊ່ວຍ ສປປ ລາວ ໃນການຕ້ານ ແລະ ສະກັດກັ້ນ ກັບໄວຣັດ ໂຄວິດ-19.

ທ່ານ ສົມດີ ດວງດີ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການເງິນ, ທັງເປັນຫົວໜ້າຄະນະສະເພາະກິດ ເພື່ອປ້ອງກັນ, ຄວບຄຸມ ແລະ ແກ້ໄຂ ການລະບາດຂອງພະຍາດອັກເສບປອດ ຈາກເຊື້ອຈຸລະໂລກສາຍພັນໃໝ່ ຫລື ໂຄວິດ-19, ທ່ານ ຮສ. ດຣ. ບຸນກອງ ສີຫາວົງ ລັດຖະມົນຕີກະຊວງສາທາລະນະສຸກ ພ້ອມດ້ວຍຄະນະ ແລະ ເຈົ້າໜ້າທີ່ຈາກສະຖານເອກອັກຄະລັດຖະທູດ ແຫ່ງ ສປ ຈີນ ປະຈຳນະຄອນຫລວງວຽງຈັນ ໄດ້ໃຫ້ກຽດຕ້ອນຮັບຄະນະດັ່ງກ່າວທີ່ສະໜາມບິນ ຢ່າງເປັນທາງການ ແລະ ສົມກຽດ.

ແຜນການເຮັດວຽກຢູ່ ສປປ ລາວ ຂອງຄະນະແພດ ແລະ ຊ່ຽວຊານ ແມ່ນຈະດຳເນີນເປັນເວລາທັງໝົດ 14 ວັນ ໂດຍຈະແບ່ງປັນປະສົບການກັບຝ່າຍລາວ ໃນການປ້ອງກັນ ແລະ ຄວບຄຸມພະຍາດ ໂຄວິດ-19, ກວດຄັດກອງຫາຜູ້ຕິດເຊື້ອ, ກວດວິເຄາະເຊື້ອພະຍາດຢູ່ຫ້ອງທົດລອງ ແລະ ປິ່ນປົວຄົນເຈັບ, ລວມທັງແລກປ່ຽນບົດຮຽນກັບກະຊວງສາທາລະນະສຸກ ແລະ ໂຮງໝໍສູນກາງຂອງ ສປ ລາວ.

ການຊ່ວຍເຫຼືອ ຂອງ ລັດຖະບານ ສປ ຈີນ ໃນຄັ້ງນີ້, ຍັງມີ ໜ້າກາກອະນາໄມທົ່ວໄປ ຈຳນວນ 400000 ອັນ, ໜ້າກາກອະນາໄມ N95 ຈຳນວນ 5000 ອັນ, ເສື້ອຊຸດປ້ອງກັນຕົວເອງ ຈຳນວນ 5000 ອັນ ແລະ ນ້ຳຢາກວດຫາເຊື້ອພະຍາດໂຄວິດ-19 ຈຳນວນ 20064 ຊຸດ ເພື່ອໃຊ້ເຂົ້າໃນການປ້ອງກັນ ແລະ ສະກັດກັ້ນພະຍາດດັ່ງກ່າວ.

 

ດາວໂຫຼດ ໂປຣແກຣມມືຖື
ລະດົມທືນຊ່ວຍເຫຼືອ
ລັດຖະບານ
ກະຊວງ ສາທາລະນະສຸກ
ອົງການອານະໄມໂລກ